ຍີ່ປຸ່ນເສກສັນປັ້ນແຕ່ງ “ໄພຂົ່ມຂູ່ຈາກຈີນ” ເປັນການສົ່ງສັນຍານອັນຕະລາຍຕໍ່ໂລກ

2022-09-02 10:51:03 cri

ວັນທີ 1 ກັນຍານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຍີ່ປຸ່ນເສກສັນປັ້ນແຕ່ງ “ໄພຂົ່ມຂູ່ຈາກຈີນ” ຢູ່ເລື້ອຍໆ ເປັນການສົ່ງສັນຍານອັນຕະລາຍຕໍ່ໂລກ ຄື: ຍີ່ປຸ່ນຢາກໂຄ່ນລົ້ມລະບຽບການສາກົນທີ່ສ້າງຂຶ້ນຫຼັງຈາກສົງຄາມໂລກຄັ້ງທີ 2 , ປະຊາຄົມໂລກຄວນມີຄວາມລະມັດລະວັງໃນລະດັບສູງຕໍ່ກັບເລື່ອງນີ້.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ໃນໄລຍະມໍ່ໆມານີ້, ຍີ່ປຸ່ນໄດ້ເສກສັນປັ້ນແຕ່ງ “ໄພຂົ່ມຂູ່ຈາກຈີນ” ຢູ່ເລື້ອຍໆ, ເປີດເຜີຍຂ່າວກ່ຽວກັບການພັດທະນາແຜນການລູກສອນໄຟນຳວິຖີ ແລະອັນທີເອີ້ນວ່າ “ຄວາມສາມາດດ້ານການຕ້ານຄືນ” ຢ່າງບໍ່ຢຸດຢັ້ງ, ທັງໝົດເຫຼົ່ານີ້ ແມ່ນເພື່ອປັ້ນແຕ່ງຂໍ້ອ້າງໃຫ້ກັບການສ້າງກຳລັງທະຫານແບບໂຈມຕີ ເຊິ່ງໃນເບື້ອງຫຼັງແລ້ວແມ່ນມີເຈຕະນາຮ້າຍທີ່ຢາກຜ່າມ້າງຄວາມຈຳກັດຈາກ “ລັດຖະທຳມະນູນສັນຕິພາບ” ແລະເດີນຕາມເສັ້ນທາງເກົ່າຂອງການແຜ່ອຳນາດດ້ວຍກຳລັງທະຫານ. ໃນຖານະເປັນປະເທດທີ່ມີໂທດກຳດ້ານປະຫວັດສາດຢ່າງໜັກໜ່ວງຕໍ່ປະເທດໃກ້ຄຽງຢູ່ອາຊີ, ຍີ່ປຸ່ນຄວນທົບທວນຄືນປະຫວັດສາດດ້ານການຮຸກຮານຂອງຕົນ, ເຄົາລົບຄວາມເປັນຫ່ວງດ້ານຄວາມໝັ້ນຄົງຂອງປະເທດໃກ້ຄຽງຢູ່ອາຊີ, ຍຸດຕິການກະທຳຜິດພາດທີ່ປ່າວປະກາດໄພຂົ່ມຂູ່ດ້ານຄວາມໝັ້ນຄົງຢູ່ເຂດໃກ້ຄຽງ ແລະຊອກຫາຂໍ້ອ້າງໃຫ້ແກ່ການຂະຫຍາຍກຳລັງການທະຫານຂອງຕົນ.