ຂະບວນລົດໄຟຄວາມໄວສູງ ແລະ ຂະບວນລົດໄຟກວດກາສັງລວມຂອງທາງລົດໄຟຈາກາຕາ-ບັນດຸງ ໄດ້ຂົນສົ່ງໄປເຖິງອິນໂດເນເຊຍແລ້ວ

2022-09-02 10:49:33 CRI

ວັນທີ 1 ກັນຍານີ້, ຂະບວນລົດໄຟຄວາມໄວສູງ ແລະ ຂະບວນລົດໄຟກວດກາສັງລວມຂອງທາງລົດໄຟຈາກາຕາ-ບັນດຸງ ທີ່ນຳເຂົ້າຈາກຈີນ ໄດ້ຂົນສົ່ງໄປເຖິງນະຄອນຫຼວງຈາກາຕາປະເທດອິນໂດເນເຊຍແລ້ວ ເຊິ່ງແມ່ນຂະບວນລົດໄຟຄວາມໄວສູງງວດທຳອິດທີ່ຂົນສົ່ງໄປເຖິງອິນໂດເນເຊຍ ແລະ ເປັນຂີດໝາຍສະແດງໃຫ້ເຫັນວ່າ, ການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ກ້າວເຂົ້າສູ່ໄລຍະໃໝ່.

ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງແມ່ນໂຄງການກໍ່ສ້າງຢູ່ຕ່າງປະເທດທີ່ນຳໃຊ້ລະບົບ, ປັດໄຈສຳຄັນ ແລະ ທົ່ວຕ່ອງໂສ້ຂອງທາງລົດໄຟຄວາມໄວສູງຈີນທັງໝົດ, ລ້ວນແຕ່ໄດ້ໃຊ້ເຕັກນິກຈີນ ແລະ ມາດຕະຖານຂອງຈີນ, ຂະບວນລົດໄຟຄວາມໄວສູງ 11 ຂະບວນທີ່ຈະແລ່ນຕາມທາງລົດໄຟດັ່ງກ່າວໄດ້ສຳເລັດການຜະລິດຢູ່ຈີນ. ເທື່ອນີ້ໄດ້ຂົນສົ່ງ 2 ຂະບວນໄປເຖິງອິນໂດເນເຊຍ ລວມທັງຂະບວນລົດໄຟໂດຍຜູ້ສານຄວາມໄວສູງ 1 ຂະບວນ ແລະ ຂະບວນລົດໄຟກວດກາສັງລວມຕໍ່ທາງລົດໄຟ 1 ຂະບວນ. ອີງຕາມແຜນການແລ້ວ, 2 ຂະບວນລົດໄຟດັ່ງກ່າວຈະດຳເນີນການທົດລອງ ແລະ ມອບ-ຮັບຢູ່ອິນໂດເນເຊຍ. ອີກ 10 ຂະບວນຈະຖືກຂົນສົ່ງຈາກຈີນໄປອິນໂດເນເຊຍຕາມໆກັນກ່ອນຕົ້ນປີ 2023.