ຈຸນັກບິນອະວະກາດເສິນໂຈ່ວ 14 ໄດ້ສຳເລັດໜ້າທີ່ທຸກປະການໃນການປະຕິບັດງານຢູ່ນອກຍານ

2022-09-02 10:50:17 CRI

ຫ້ອງການໂຄງການການບິນອະວະກາດບັນທຸກມະນຸດຈີນແຈ້ງຂ່າວວ່າ, ເວລາ 8 ໂມງ 33 ນາທີຂອງວັນທີ 2 ກັນຍານີ້, ໂດຍຜ່ານຈາກການປະຕິບັດງານຢູ່ນອກຍານເປັນເວລາປະມານ 6 ຊົ່ວໂມງ, ຈຸນັກບິນອະວະກາດ 3 ຄົນຂອງຍານອະວະກາດເສິນໂຈ່ວ 14 ໄດ້ປະສານງານຢ່າງໃກ້ຊິດ, ໄດ້ສຳເລັດໜ້າທີ່ທຸກປະການທີ່ກຳນົດໄວ້ ໃນການປະຕິບັດງານຢູ່ນອກຍານ, 2 ຄົນທີ່ອອກໄປປະຕິບັດງານຢູ່ນອກຍານ ໄດ້ກັບຄືນເຂົ້າຍານທົດລອງເວີ້ນທຽນຢ່າງປອດໄພແລ້ວ, ການປະຕິບັດງານຢູ່ນອກຍານຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ.