ເວທີປຶກສາຫາລືສຸດຍອດ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 7 ສຳເລັດລົງຢ່າງຈົບງາມ

2022-09-02 13:45:48 cri

ວັນທີ 1 ກັນຍານີ້, ເວທີປຶກສາຫາລືສຸດຍອດ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 7 ທີ່ຈັດໂດຍອົງການປົກຄອງເຂດບໍລິຫານພິເສດຮົງກົງ ແລະອົງການພັດທະນາການຄ້າຮົງກົງ ປະເທດຈີນ ໄດ້ສຳເລັດລົງຢ່າງຈົບງາມ. ເວທີປຶກສາຫາລືດັ່ງກ່າວ ແມ່ນຈັດຂຶ້ນຜ່ານທາງອອນລາຍ ແລະອັອຟລາຍເປັນຄັ້ງທຳອິດ ໂດຍມີເຈົ້າໜ້າທີ່ລັດຖະບານ ແລະບຸກຄົນຈາກວົງການທຸລະກິດ 19.000 ກວ່າທ່ານ ທີ່ມາຈາກ 80 ກວ່າປະເທດ ແລະເຂດແຄວ້ນ ໄດ້ຮ່ວມກັນປຶກສາຫາລືກ່ຽວກັບໂອກາດຈາກ “ໜຶ່ງແລວໜຶ່ງເສັ້ນທາງ”.

ເວທີປຶກສາຫາລືໃນຄັ້ງນີ້ ຍັງໄດ້ວາງສະແດງໂຄງການລົງທຶນ 280 ກວ່າໂຄງການຂອງປະເທດ ແລະເຂດແຄວ້ນທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໃນດ້ານການພັດທະນາຂອງຕົວເມືອງ, ການກໍ່ສ້າງພື້ນຖານໂຄງລ່າງດ້ານການຂົນສົ່ງ, ການຈໍລະຈອນສິນຄ້າ ແລະອື່ນໆ.