ຣັດເຊຍຈະປະຕິເສດສະໜອງນ້ຳມັນເຊື້ອໄຟໃຫ້ແກ່ປະເທດທີ່ສະໜັບສະໜູນການຈຳກັດລາຄານ້ຳມັນເຊື້ອໄຟ

2022-09-02 10:51:10 cri

ວັນທີ 1 ກັນຍາ 2022, ທ່ານອາເລັກຊັນເດີ ໂນວັກ, ຮອງນາຍົກລັດຖະມົນຕີຣັດເຊຍທີ່ຮັບຜິດຊອບວຽກງານພະລັງງານກ່າວວ່າ: ຣັດເຊຍຈະບໍ່ສະໜອງນ້ຳມັນເຊື້ອໄຟແລະຜະລິດຕະພັນນ້ຳມັນເຊື້ອໄຟໃຫ້ແກ່ປະເທດຕ່າງໆທີ່ສະໜັບສະໜູນການຈຳກັດລາຄານ້ຳມັນເຊື້ອໄຟຂອງຣັດເຊຍ, ຣັດເຊຍປະຕິເສດສະໜອງນ້ຳມັນເຊື້ອໄຟຕໍ່ຕ່າງປະເທດພາຍໃຕ້ເງື່ອນໄຂບໍ່ເປັນຕະຫຼາດ.

ທ່ານໂນວັກ ກ່າວຕື່ມວ່າ: ແຜນການຂອງກຸ່ມ 7 ປະເທດກ່ຽວກັບຈຳກັດລາຄານ້ຳມັນເຊື້ອໄຟຂອງຣັດເຊຍແມ່ນແຜນການໄຮ້ສາລະເດັດຂາດ, ເຈຕະນາແຊກແຊງກົນໄກຕະຫຼາດຕໍ່ຂະແໜງການສຳຄັນດັ່ງກ່າວ, ບໍ່ພຽງແຕ່ຈະເຮັດໃຫ້ຂະແໜງການດັ່ງກ່າວບໍ່ໝັ້ນທ່ຽງເທົ່ານັ້ນ, ຍັງຈະເປັນໄພຂົ່ມຂູ່ເຖິງຕະຫຼາດນ້ຳມັນເຊື້ອໄຟທັງໝົດ, ການເຮັດແບບນີ້ອາດຈະພາໃຫ້ທົ່ວໂລກເກີດວິກິດການດ້ານພະລັງງານ. ທ່ານໂນວັກ ຍັງເນັ້ນໜັກວ່າ: ຜູ້ບໍລິໂພກຂອງເອີຣົບແລະອາເມຣິກາຈະເສຍຄ່າທົດແທນຕໍ່ເລື່ອງນີ້.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ