ຈັດພິທີຂົນສົ່ງຂະບວນລົດໄຟຄວາມໄວສູງແລະລົດໄຟກວດກາສັງລວມຂອງທາງລົດໄຟຈາກາຕາ-ບັນດຸງໄປເຖິງອິນໂດເນເຊຍ

2022-09-03 11:58:35 CRI



   ຕອນບ່າຍວັນທີ 2 ກັນຍານີ້, ພິທີຂົນສົ່ງຂະບວນລົດໄຟຄວາມໄວສູງ ແລະລົດໄຟກວດກາສັງລວມຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄປເຖິງອິນໂດເນເຊຍໄດ້ຈັດຂຶ້ນຢູ່ທ່າກຳປັ່ນຕັນຈູງໂປຣກ ນະຄອນຫຼວງຈາກາຕາ.


    ລົດໄຟສອງຂະບວນຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ສົ່ງອອກຈາກຈີນໄດ້ຖືກຂົນສົ່ງຮອດທ່າກຳປັ່ນຕັນຈູງໂປຣກໃນວັນທີ 1 ກັນຍານີ້, ນີ້ແມ່ນຂະບວນລົດໄຟຄວາມໄວສູງງວດທຳອິດທີ່ຂົນສົ່ງຮອດອິນໂດເນເຊຍຂອງໂຄງການທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ.

 

ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເລີ່ມຈາກນະຄອນຫຼວງຈາກາຕາ ຮອດ ນະຄອນບັນດຸງ ເຊິ່ງເປັນເມືອງເອກແຂວງຈາວາຕາເວັນຕົກຂອງອິນໂດເນເຊຍ, ມີຄວາມຍາວທັງໝົດ 142 ກິໂລແມັດ, ແມ່ນໂຄງການລັກສະນະສັນຍະລັກຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການຮ່ວມມືຕິດແທດຕົວຈິງລະຫວ່າງຈີນ ກັບອິນໂດເນເຊຍ, ເມື່ອເປີດບໍລິການແລ້ວຈະສະໜອງຮູບການສັນຈອນທີ່ມີຄວາມໄວສູງແບບໃໝ່ລະຫວ່າງນະຄອນຫຼວງຈາກາຕາ ກັບ ນະຄອນບັນດຸງ, ເຮັດໃຫ້ເວລາເດີນທາງລະຫວ່າງສອງຕົວເມືອງຈາກ 3 ຊົ່ວໂມງປາຍໃນປັດຈຸບັນຫຼຸດລົງຮອດ 40 ນາທີ.