ປະທານຄະນະກຳມະການສະຫະພາບເອີລົບສະໜັບສະໜູນກຳນົດລາຄາສູງສຸດຂອງອາຍແກັສທຳມະຊາດຜ່ານທໍ່ສົ່ງຂອງຣັດເຊຍ

2022-09-03 16:44:50 cri


   ວັນທີ 2 ກັນຍານີ້, ທ່ານນາງ ເອີຊູລາ ວົງເດີເລເອັນ ປະທານຄະນະກຳມະການສະຫະພາບເອີລົບກ່າວວ່າ: ເອີລົບຕ້ອງກຳນົດລາຄາສູງສຸດຕໍ່ອາຍແກັສທຳມະຊາດຜ່ານທໍ່ສົ່ງຂອງຣັດເຊຍ. ທ່ານນາງຍັງຮຽກຮ້ອງໃຊ້ມາດຕະການ, ແບ່ງປັນຜົນກຳໄລຂອງບໍລິສັດພະລັງໄຟຟ້າທີ່ໄດ້ຮັບຈາກວິກິດການອາຍແກັສທຳມະຊາດ, ເພື່ອໃຊ້ເຂົ້າໃນການສະໜັບສະໜູນປະຊາຊົນ ແລະ ວິສາຫະກິດທີ່ຢູ່ໃນທ່າອ່ອນ.

   ນັບແຕ່ການປະທະກັນຣັດເຊຍ-ອູແກຣນເກີດຂຶ້ນເປັນຕົ້ນມາ, ລາຄາອາຍແກັສທຳມະຊາດ ໄດ້ເພີ່ມຂຶ້ນຮອດລະດັບສູງສຸດໃນປະຫວັດສາດ. ບັນດາປະເທດເອີລົບ ໄດ້ພາກັນສະແຫວງຫາການຕອບສະໜອງເຂົ້າແທນ, ເພື່ອເພີ່ມເຕີມຄັງສະສົມອາຍແກັສທຳມະຊາດໃນລະດູໜາວ. ລັດຖະມົນຕີກະຊວງພະລັງງານສະຫະພາບເອີລົບ ຈະຈັດກອງປະຊຸມໃນວັນທີ 9 ກັນຍານີ້ ເພື່ອປຶກສາຫາລືການເຮັດແນວໃດຮັບມືກັບກໍລະນີທີ່ລາຄານ້ຳມັນເຊື້ອໄຟເພີ່ມສູງຂຶ້ນຢ່າງວ່ອງໄວ.