ການຂົນສົ່ງສິນຄ້າຕາມທາງລົດໄຟຈີນໄດ້ເພີ່ມຂຶ້ນ 1,29% ເມື່ອທຽບໃສ່ວັນທີ 1 ກັນຍາທີ່ຜ່ານມາ

2022-09-03 16:43:04 cri


   ຕາມຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ວັນທີ 2 ກັນຍານີ້, ການຂົນສົ່ງສິນຄ້າໃນທົ່ວປະເທດຈີນໄດ້ຈໍລະຈອນເປັນລະບຽບຮຽບຮ້ອຍ, ການຂົນສົ່ງສິນຄ້າຕາມທາງລົດໄຟໃນທົ່ວປະເທດຈີນ ໄດ້ເພີ່ມຂຶ້ນ 1,29% ເມື່ອທຽບໃສ່ວັນທີ 1 ກັນຍາທີ່ຜ່ານມາ.

   ຂໍ້ມູນຕິດຕາມສັງລວມຂອງຫ້ອງການໜ່ວຍງານນຳພາວຽກງານຮັບປະກັນການຈໍລະຈອນສິນຄ້າຢ່າງສະດວກຂອງລັດຖະບານຈີນ ໄດ້ສະແດງໃຫ້ເຫັນວ່າ: ວັນທີ 2 ກັນຍານີ້, ການຂົນສົ່ງສິນຄ້າຕາມທາງລົດໄຟຂອງຈີນໄດ້ເຄື່ອນໄຫວຢ່າງສະດວກ, ໂດຍໄດ້ຂົນສົ່ງສິນຄ້າ 10.557.000 ໂຕນ, ເພີ່ມຂຶ້ນ 1,29% ເມື່ອທຽບໃສ່ວັນທີ 1 ກັນຍາທີ່ຜ່ານມາ; ລົດຂົນສົ່ງສິນຄ້າຕາມທາງດ່ວນໃນທົ່ວປະເທດຈີນມີ 7.621.300 ຄັນ, ເພີ່ມຂຶ້ນ 0,69% ເມື່ອທຽບໃສ່ວັນທີ 1 ກັນຍາທີ່ຜ່ານມາ; ການຂົນສົ່ງສິນຄ້າຜ່ານທ່າກຳປັ່ນໄດ້ບັນລຸເຖິງ 29.777.000 ໂຕນ, ເພີ່ມຂຶ້ນ 3,4% ເມື່ອທຽບໃສ່ວັນທີ 1 ກັນຍາທີ່ຜ່ານມາ, ສຳເລັດການບັນຈຸຕູ້ຄອນເທີເນີ 698.000 ຕູ້, ໄດ້ຫຼຸດລົງ 5,6% ເມື່ອທຽບໃສ່ວັນທີ 1 ກັນຍາທີ່ຜ່ານມາ; ການບິນພົນລະເຮືອນໄດ້ຮັບປະກັນຖ້ຽວບິນຂົນສົ່ງສິນຄ້າ 792 ຖ້ຽວ, ໃນນັນ ຖ້ຽວບິນຂົນສົ່ງສາກົນມີ 573 ຖ້ຽວ,ຖ້ຽວບິນຂົນສົ່ງພາຍໃນປະເທດມີ 219 ຖ້ຽວ, ໄດ້ຫຼຸດລົງ 0,9% ເມື່ອທຽບໃສ່ວັນທີ 1 ກັນຍາທີ່ຜ່ານມາ; ຈຳນວນເຄື່ອງສົ່ງດ່ວນທີ່ໄດ້ຮັບຜ່ານທາງໄປສະນີ ໄດ້ບັນລຸປະມານ 320.000.000 ອັນ, ໄດ້ຫຼຸດລົງ 5,6% ເມື່ອທຽບໃສ່ວັນທີ 1 ກັນຍາທີ່ຜ່ານມາ; ຈຳນວນສົ່ງເຄື່ອງສົ່ງດ່ວນຜ່ານທາງໄປສະນີໄດ້ບັນລຸປະມານ 347.000.000 ອັນ, ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ວັນທີ 1 ກັນຍາທີ່ຜ່ານມາ.