ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ:ຖ້າຈຳກັດລາຄານ້ຳມັນເຊື້ອໄຟຂອງຣັດເຊຍຈະເຮັດໃຫ້ເອີລົບປະສົບຄວາມເສຍຫາຍ

2022-09-03 11:47:35 CRI


ວັນທີ 2 ກັນຍານີ້, ທ່ານດີມີຕຣີ ເປັສໂກຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ, ຖ້າຈຳກັດລາຄານ້ຳມັນເຊື້ອໄຟຂອງຣັດເຊຍ, ເອີລົບຈະປະສົບຄວາມເສຍຫາຍ.


     ທ່ານເປັສໂຄຟເຫັນວ່າ: ການລົງໂທດຕໍ່ຣັດເຊຍເຮັດໃຫ້ຕະຫຼາດພະລັງງານຂອງເອີລົບຕົກເຂົ້າວິກິດການໃຫຍ່ຫຼາຍ, “ພາຍໃຕ້ສະພາບການນີ້, ຊາວເອີລົບໄດ້ຈັດຊື້ອາຍແກັສທຳມະຊາດທາດແຫຼວຈາກອາເມຣິກາດ້ວຍລາຄາບໍ່ສົມເຫດສົມຜົນຢ່າງປ່ວງບ້າ, ເຮັດໃຫ້ບໍລິສັດອາເມຣິການັບມື້ນັບຮັ່ງມີຂຶ້ນ ແຕ່ເອີລົບພັດນັບມື້ນັບທຸກຈົນ.”

 

    ທ່ານເປັສໂຄຟກ່າວເນັ້ນໜັກວ່າ, ທ່ານອາເລກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍໄດ້ກ່າວຢ່າງແຈ່ມແຈ້ງແລ້ວວ່າ, ປະເທດທີ່ເຂົ້າຮ່ວມການຈຳກັດລາຄານ້ຳມັນເຊື້ອໄຟຂອງຣັດເຊຍຈະບໍ່ແມ່ນປະເທດທີ່ຮັບເອົານ້ຳມັນເຊື້ອໄຟຂອງຣັດເຊຍໄດ້ອີກ. ຣັດເຊຍຈະບໍ່ຮ່ວມມືກັບປະເທດເຫຼົ່ານີ້ໂດຍໍ່ອີງຕາມຫຼັກການບໍ່ແມ່ນຕະຫຼາດ,ສ່ວນປະເທດທີ່ຍິນດີຊື້ຂາຍຕາມເງື່ອນໄຂຕະຫຼາດເຫຼົ່ານັ້ນມີຈຳນວນຫຼາຍກວ່າປະເທດທີ່ເຂົ້າຮ່ວມການຈຳກັດລາຄານັ້ນຢ່າງຫຼວງຫຼາຍ.