ຮອງລັດຖະມົນຕີການຕ່າງປະເທດຣັດເຊຍກ່າວວ່າ:ອາເມຣິກາແຊກແຊງສະຖານະການອູແກຣນນັບມື້ນັບເລິກເຊິ່ງ

2022-09-03 11:34:05 CRI

 

ວັນທີ 2 ກັນຍານີ້, ທ່ານເຊີເກ ຣີຢັບໂກຟ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ອາເມຣິກາໄດ້ແຊກແຊງສະຖານະການອູແກຣນນັບມື້ນັບເລິກເຊິ່ງ. ທ່ານເຫັນວ່ານີ້ເປັນທ່ວງທ່າອັນຕະລາຍ.


    ທ່ານຣີຢັບໂກຟຊີ້ອອກວ່າ, ການແຊກແຊງສະຖານະການອູແກຣນຂອງອາເມຣິກາລວມທັງການສະໜັບສະໜູນອູແກຣນໃນດ້ານອາວຸດ ແລະ ວັດຖຸສິ່ງຂອງ. ຣັດເຊຍເຄີຍເຕືອນໃຫ້ອາເມຣິກາຮູ້ເຖິງຜົນຮ້າຍການສະໜັບສະໜູນອູແກຣນຕັ້ງຫຼາຍເທື່ອ. ທ່ານກ່າວວ່າ, ໃນສະຖານະການອູແກຣນ ຖ້າອາເມຣິກາ “ຂ້າມເຂດ” ຈະເກີດຜົນຮ້າຍແຮງທີ່ສຸດ.