ອະດີດເອກອັກຄະລັດຖະທູດອັງກິດປະຈຳມຽນມາແລະຜົວຕ່າງກໍໄດ້ຖືກຕັດສິນຕິດຄຸກ 1 ປີຍ້ອນລະເມີດ “ກົດໝາຍຊາວອົບພະຍົບມຽນມາ”

2022-09-03 11:40:23 CRI



ວັນທີ 2 ຕຸລານີ້, ທ່ານນາງວີກີ ບາວມານ ອະດີດເອກອັກຄະລັດຖະທູດອັງກິດປະຈຳມຽນມາ ແລະ ຜົວຂອງນາງເຊິ່ງມີສັນຊາດມຽນມາຕ່າງກໍໄດ້ຖືກຕັດສິນຕິດຄຸກເປັນເວລາ 1 ປີຍ້ອນໄດ້ລະເມີດ “ກົດໝາຍຊາວອົບພະຍົບມຽນມາ”.

 

ຕອນຄ່ຳວັນທີ 25 ສິງຫາແລ້ວນີ້, ຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາອອກຖະແຫຼງການ ໂດຍຢືນຢັນວ່າທ່ານນາງບາວມານ ແລະ ຜົວຂອງນາງໄດ້ຖືກຈັບກຸມໃນເຮືອນຂອງຕົນທີ່ຢູ່ນະຄອນຢາງກຸ້ງໃນຕອນຄ່ຳວັນທີ 24 ສິງຫາແລ້ວນີ້.


    ທ່ານນາງບາວມານເຄີຍເປັນເອກອັກຄະລັດຖະທູດອັງກິດປະຈຳມຽນມາແຕ່ປີ2002 ຫາປີ 2006. ນັບແຕ່ປີ 2013 ເປັນຕົ້ນມາ, ນາງເປັນຜູ້ຮັບຜິດຊອບສູນຮັບຜິດຊອບວິສາຫະກິດມຽນມາຕະຫຼອດມາ.