ຈີນໄດ້ຊ່ວຍເຫຼືອໃຫ້ສີລັງກາພັດທະນາເສດຖະກິດສັງຄົມຕາມຄວາມສາມາດຂອງຕົນຕະຫຼອດມາ

2022-09-03 11:52:47 CRI


    ວັນທີ 2 ກັນຍານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ.ມີນັກຂ່າວໄດ້ຕັ້ງຄຳຖາມກ່ຽວກັບບັນຫາໜິ້ສິນຂອງສີລັງກາ.


    ທ່ານຈ້າວລີ້ຈ່ຽນຕອບວ່າ, ຈີນໄດ້ເອົາໃຈໃສ່ນຳຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ສີລັງກາຜະເຊີນໜ້າໃນປັດຈຸບັນມາໂດຍຕະຫຼອດ, ກໍ່ໄດ້ຊ່ວຍເຫຼືອໃຫ້ສີລັງກາພັດທະນາເສດຖະກິດສັງຄົມຕາມຄວາມສາມາດຂອງຕົນຕະຫຼອດມາ. ຈີນສະໜັບສະໜູນອົງການການທະນາຄານທີ່ກ່ຽວຂ້ອງຫາລືກັບສີລັງກາເພື່ອຊອກຫາວິທີແກ້ໄຂບັນຫາຢ່າງເໝາະສົມ, ຍິນດີຮ່ວມກັບປະເທດແລະ ອົງການການທະນາຄານສາກົນທີ່ກ່ຽວຂ້ອງ  ສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອໃຫ້ສີລັງກາຮັບມືກັບຄວາມຫຍຸ້ງຍາກໃນປັດຈຸບັນ, ຫຼຸດຜ່ອນແລະແກ້ໄຂບັນຫາໜິ້ສິນ ບັນລີການພັດທະນາແບບຍືນຍົງ.