Gazprom:ຍ້ອນເຄື່ອງອຸປະກອນຕິດຂັດ ທໍ່່ສົ່ງອາຍແກັສທຳມະຊາດ “ໂນດສະຕຣີມ-1” ຈະປິດບໍລິການໂດຍບໍ່ມີເວລາກຳນົດ

2022-09-03 11:29:15 CRI


    ວັນທີ 2 ກັນຍານີ້,ບໍລິສັດຫຸ້ນສ່ວນອຸດສາຫະກຳອາຍແກັສທຳມະຊາດຣັດເຊຍ ຫຼື Gazprom ກ່າວວ່າ, ຍ້ອນໄດ້ປາກົດເຫັນເຄື່ອງອຸປະກອນຕິດຂັດຫຼາຍບ່ອນ, ທໍ່ສົ່ງອາຍແກັສທຳມະຊາດ “ໂນດສະຕຣີມ-1” ຈະຍຸດຕິສົ່ງອາຍແກັສຕະຫຼອດສາຍ ຈົນເຖິງການສ້ອງແປງຮຽບຮ້ອຍດີ.

 

     ທ້າຍເດືອນສິງຫາແລ້ວນີ້, Gazprom ເຄີຍປະກາດວ່າ: ຍ້ອນສ້ອມແປງໂຄງການ,ທໍ່ “ໂນດສະຕຣີມ-1” ຈະຍຸດຕິສົ່ງອາຍແກັສທຳມະຊາດເປັນການຊົ່ວຄາວແຕ່ວັນທີ 31 ສິງຫາ ຫາວັນທີ 3 ກັນຍາ. ຫຼັງຈາກການສ້ອມແປງໂຄງການສຳເລັດແລ້ວ ຖ້າບໍ່ມີການຕິດຂັດດ້ານເຕັກນິກແລ້ວກໍ່ຈະຟື້ນຟູການສົ່ງອາຍແກັສ.


   ຫຼັງຈາກ Gazprom ປະກາດຈະຍຸດຕິການ ສົ່ງອາຍແກັສແລ້ວຜ່ານທໍ່ “ໂນດສະຕຣີມ-1”, ກະຊວງເສດຖະກິດ ແລະ ປົກປັກຮັກສາດິນຟ້າອາກາດເຢຍລະມັນໄດ້ອອກຖະແຫຼງການໃນວັນທີ 2 ກັນຍານີ້ວ່າ: ປັດຈຸບັນ ສະຖານະການຕະຫຼາດອາຍແກັສທຳມະຊາດເຄັ່ງຄຶມທີ່ສຸດ, ແຕ່ເຢຍລະມັນຍັງສາມາດຮັບປະກັນການສະໜອງອາຍແກັສທຳມະຊາດໄດ້. ປະລິມານການສະສົມອາຍແກັສທຳມຊາດຂອງເຢຍລະມັນໄດ້ສູງເຖິງ 84,3%, ເປົ້າຫມາຍທີ່ໃຫ້ປະລິມານສະສົມໃນເດືອນຕຸລາສູງເຖິງ 85% ນັ້ນອາດຈະສາມາດປາກົດເປັນຈິງໄດ້ໃນຕົ້ນເດືອນກັນຍານີ້.