ອົງການອຸຕຸນິຍົມໄທປະກາດແຈ້ງເຕືອນໄພນ້ຳຖ້ວມທົ່ວປະເທດ

2022-09-04 13:52:47 cri

ວັນທີ 3 ກັນຍານີ້, ອົງການອຸຕຸນິຍົມໄທໄດ້ປະກາດແຈ້ງເຕືອນໄພນ້ຳຖ້ວມ ໂດຍແຈ້ງໃຫ້ຮູ້ວ່າ: ຍ້ອນໄດ້ຮັບຜົນກະທົບຈາກລົມປະຈຳລະດູ, ຢູ່ 58 ແຂວງ ທີ່ ພາກເໜືອ, ພາກຕາເວັນອອກສຽງເໜືອ, ພາກກາງ ແລະພາກໃຕ້ຂອງໄທ ເຊິ່ງລວມທັງເຂດທະເລອັນດາມັນ, ອ່າວໄທ, ນະຄອນຫຼວງບາງກອກ ແລະເຂດອ້ອມຂ້າງ ຈະມີຝົກຕົກໜັກລະຫວ່າງວັນທີ 4 ຫາ 10 ກັນຍານີ້, ຄາດວ່າຢູ່ເຂດແຄວ້ນດັ່ງກ່າວ ອາດຈະເກີດໄພນ້ຳປ່າໄຫຼທັ່ງ, ໄພນ້ຳຖ້ວມ ແລະໄພພິບັດອື່ນໆ.

ຫ້ອງການປ້ອງກັນໄພພິບັດຂອງລັດຖະບານໄທ ໄດ້ກ່າວເຕືອນພາກສ່ວນປ້ອງກັນໄພພິບັດຂອງເຂດແຄວ້ນທີ່ອາດຈະເກີດໄພນ້ຳຖ້ວມດັ່ງກ່າວ ຈົ່ງມີການກະກຽມຢ່າງຮຽບຮ້ອຍ ແລະຕິດຕາມໄພພິບັດທີ່ອາດຈະເກີດຂຶ້ນຢ່າງໃກ້ຊິດ. ນອກນີ້, ຍັງໄດ້ແຈ້ງເຕືອນເຂດທ່ອງທ່ຽວແຫ່ງຕ່າງໆ ໂດຍສະເພາະແມ່ນຖ້ຳ, ນ້ຳຕົກຕາດ ແລະອື່ນໆ ຕ້ອງອອກແຈ້ງການລ່ວງໜ້າ ແລະປິດບໍລິການເປັນການຊົ່ວຄາວ. ສ່ວນເຂດທີ່ຢູ່ລຽບຕາມແຄມຝັ່ງທະເລ ຕ້ອງອອກການແຈ້ງເຕືອນລົມແຮງ ແລະຄື້ນທະເລ, ຫ້າມບໍ່ໃຫ້ມີການເຄື່ອນໄຫວຢູ່ເທິງທະເລໃນຍາມທີ່ມີອາກາດຮ້າຍແຮງ ພ້ອມທັງແຕ່ງຕັ້ງພະນັກງານເຝົ້າຍາມຕະຫຼອດ 24 ຊົ່ວໂມງ.