ປະມານ 1/6 ຂອງຊາວອີຕາລີ ອາດຈະຕົກຢູ່ໃນສະພາບຄວາມທຸກຍາກດ້ານພະລັງງານ

2022-09-04 14:19:13 cri

ວັນທີ 3 ກັນຍານີ້, ສື່ມວນຊົນອີຕາລີລາຍງານວ່າ: ຍ້ອນອັດຕາເງິນເຟີ້ຖີບຕົວສູງຂຶ້ນ, ຄ່າໃຊ້ຈ່າຍໃນການດຳລົງຊີວິດຂອງປະຊາຊົນເອີຣົບກໍໄດ້ເພີ່ມສູງຂຶ້ນເຊັ່ນກັນ ໂດຍຈະເຮັດໃຫ້ຊາວອີຕາລີປະມານ 9 ລ້ານຄົນອາດຈະຕົກຢູ່ໃນສະພາບຄວາມທຸກຍາກດ້ານພະລັງງານ ເຊິ່ງກວມເອົາປະມານ 1/6 ຂອງປະຊາກອນທັງໝົດຂອງອີຕາລີ.

ອົງການທີ່ກ່ຽວຂ້ອງເຫັນວ່າ: ຖ້າວ່າປະຊາຊົນບໍ່ສາມາດຈ່າຍຄ່າອາຍອຸ່ນໃນລະດູໜາວ ແລະຄ່າແອເຢັນໃນລະດູຮ້ອນ ແລ້ວຈຳເປັນຕ້ອງຍຸດຕິ ຫຼືຈຳກັດການນຳໃຊ້ເຄື່ອງໃຊ້ໄຟຟ້າທີ່ໃຊ້ໄຟຫຼາຍ ກໍຖືວ່າເປັນການຕົກຢູ່ໃນສະພາບຄວາມທຸກຍາກດ້ານພະລັງງານ. ຕາມຂ່າວແຈ້ງວ່າ: ຢູ່ພາກໃຕ້ຂອງອີຕາລີແມ່ນຮ້າຍແຮງທີ່ສຸດ.

    ກ່ອນໜ້ານີ້ບໍ່ດົນ, ລັດຖະບານອີຕາລີໄດ້ປະກາດຈະຫຼຸດການສະໜອງອາຍອຸ່ນໃນຮົ່ມນັບແຕ່ເດືອນຕຸລາປີນີ້ປັນຕົ້ນໄປ, ສ່ວນອາຍອຸ່ນຢູ່ໃນຕຶກອາຄານສາທາລະນະ ແລະອາພາດເມັນ ກໍຈະຖືກຈຳກັດເຊັ່ນກັນ, ຄາດວ່າມາດຕະການສະໜອງອາຍອຸ່ນຍັງຈະຖືກຮັດກຸມເຂົ້າຕື່ມອີກ.