ຮ້ານສຳຜັດເຕັກນິກMetaverseໃນງານຕະຫຼາດນັດການຄ້າການບໍລິການສາກົນຈີນໄດ້ຮັບຄວາມນິຍົມຊົມຊອບຫຼາຍ

2022-09-04 14:52:57 cri


   ໃນງານຕະຫຼາດນັດການຄ້າການບໍລິການສາກົນຈີນ2022ນີ້,ຮ້ານສຳຜັດເຕັກນິກMetaverseທີ່ເປີດເປັນຄັ້ງທຳອິດໄດ້ສຸມໃສ່ວາງສະແດງການສຳຜັດເຕັກນິກສູງຊະນິດຕ່າງໆ ເຊິ່ງກາຍເປັນຈຸດເດັ່ນຈຸດໜຶ່ງໃນງານຄັ້ງນີ້ ພ້ອມທັງກາຍເປັນບ່ອນ ທີ່ຜູ້ຊົມທັງຫຼາຍນິຍົມເຂົ້າໄປສຳຜັດຢ່າງບໍ່ຂາດສາຍ.

 

   ຮ້ານສຳຜັດເຕັກນິກMetaverseທີ່ໄດ້ຮັບຄວາມນິຍົມສູງໄດ້ຈັດໃຫ້ມີ 4 ເຂດ ຄື: ການນຳສະເໜີເຕັກນິກMetaverse,ການສຳຜັດຕົວຈິງ, ເກມMetaverse ແລະສະພາບນິເວດອຸດສາຫະກຳMetaverse. ຖືວ່າເປັນເທື່ອທຳອິດທີ່ໄດ້ສະ ແດງໃຫ້ເຫັນລະບົບເຕັກນິກMetaverseຢ່າງຮອບດ້ານ.