ໄຟໄໝ້ລາມປ່າທີ່ພາກເໜືອກາຊັກສະຖານເຮັດໃຫ້ 10 ຄົນບາດເຈັບ ປະຊາຊົນປະມານ 2.000 ຄົນຖືກຍົກຍ້າຍ

2022-09-04 13:59:43 cri

ວັນທີ 4 ກັນຍານີ້, ຂ່າວສານຣັດເຊຍໄດ້ລາຍງານຂ່າວ ໂດຍອ້າງອີງຂໍ້ມູນຈາກຫ້ອງການຖະແຫຼງຂ່າວກະຊວງພາວະສຸກເສີນກາຊັກສະຖານວ່າ: ໃນໄພພິບັດໄຟໄໝ້ລາມປ່າທີ່ເກີດຂຶ້ນຢູ່ເຂດກຸສຕາໄນ ທີ່ພາກເໜືອຂອງກາຊັກສະຖານ, ມີ 10 ຄົນໄດ້ຮັບບາດເຈັບ ເຊິ່ງລວມທັງເຈົ້າໜ້າທີ່ກູ້ໄພ 3 ຄົນ.

ອີງຕາມຂໍ້ມູນຫຼ້າສຸດຈາກກະຊວງດັ່ງກ່າວ, ເນື້ອທີ່ໄຟໄໝ້ລາມປ່າໃນຄັ້ງນີ້ມີຫຼາຍກວ່າ 9.400 ເຮັກຕາ, ປະຊາຊົນທ້ອງຖິ່ນປະມານ 2.000 ຄົນໄດ້ຖືກຍົກຍ້າຍ. ນອກນີ້, ໄຟໄໝ້ລາມປ່າດັ່ງກ່າວຍັງໄດ້ທຳລາຍສິ່ງກໍ່ສ້າງ 108 ແຫ່ງ.