ເຊື້ອພະຍາດປອດອັກເສບທີ່ບໍ່ຮູ້ສາເຫດຢູ່ອາກຊັງຕິນຖືກຢັ້ງຢືນວ່າເປັນເຊື້ອພະຍາດLegionella

2022-09-04 14:43:51 cri

ວັນທີ 3 ກັນຍາ2022, ທ່ານຄາລາ ວິໂຊຕີ ລັດຖະມົນຕີກະຊວງສາທາ ລະນະສຸກອາກຊັງຕີນໄດ້ປະກາດໃນພິທີຖະແຫຼງຂ່າວວ່າ: ຜົນການສຳຫຼວດ ສະແດງໃຫ້ເຫັນວ່າ: ພະຍາດປອດອັກເສບທີ່ບໍ່ຮູ້ສາເຫດທີ່ພົບເຫັນຢູ່ແຂວງ ທູຄູມານ ປະເທດຕົນໃນໄລຍະມໍ່ໆມານີ້ແມ່ນເກີດຂຶ້ນຍ້ອນເຊື້ອພະຍາດ Legionella.

ທ່ານຄາລາ ວິໂຊຕີກ່າວຢືນຢັນວ່າ: ເຊື້ອພະຍາດທີ່ພາໃຫ້ເກີດພະຍາດປອດ ອັກເສບໃນຄັ້ງນີ້ແມ່ນເຊື້ອພະຍາດLegionella, ແຕ່ບໍ່ແມ່ນເຊື້ອພະຍາດ ທີ່ບໍ່ຮູ້ມາກ່ອນ. ຜ່ານຈາກຜົນການວິເຄາະທາງຫ້ອງທົດລອງ, ແພດໝໍສາມາດ ຢືນຢັນໄດ້ວ່າໄດ້ພົບເຊື້ອພະຍາດLegionellaຢູ່ໃນຕົວຢ່າງຂອງຄົນເຈັບຈຳນວນໜຶ່ງ. ປັດຈຸບັນ, ໂຮງໝໍທີ່ພົບມີຜູ້ເປັນພະຍາດLegionellaໄດ້ຢຸດການຮັບ ປິ່ນປົວຄົນເຈັບແລ້ວ,ພາກສ່ວນສາທາລະນະສຸກກຳລັງດຳເນີນການກວດກາວັດ ແທກສະພາບແວດລ້ອມເພື່ອຄົ້ນຄວ້າມາດຕະການທີ່ຕ້ອງນຳໃຊ້ໃນການປ້ອງກັນແລະຄວບຄຸມພະຍາດ.