ສານຊັບສິນທາງປັນຍາປັກກິ່ງຮັບໃຊ້ງານຕະຫຼາດນັດການຄ້າການບໍລິການສາກົນຈີນອີກຄັ້ງໜຶ່ງ

2022-09-04 14:38:58 cri

ງານຕະຫຼາດນັດການຄ້າການບໍລິການສາກົນຈີນ2022ກຳລັງຈັດຂຶ້ນຢູ່ນະຄອນ ຫຼວງປັກກິ່ງປະເທດຈີນ. ສານຊັບສິນທາງປັນຍາປັກກິ່ງໄດ້ເຂົ້າປະຈຳປະຕິບັດ ໜ້າທີ່ຢູ່ໃນງານດັ່ງກ່າວອີກຄັ້ງໜຶ່ງ, ໂດຍຜ່ານຈາກການເປັນເຈົ້າພາບຈັດ ກອງປະຊຸມເວທີປຶກສາຫາລືວິຊາການຄັ້ງໜຶ່ງ, ສ້າງຕັ້ງຈຸດບໍລິການດ້ານວຽກງານຕຸລາການສອງແຫ່ງ, ແລະຈັດການປາຖະກະຖາໃນຫົວຂໍ້ສະເພາະ 3 ຄັ້ງ ເພື່ອເປັນການມີສ່ວນຮ່ວມຢ່າງເລິກເຊິ່ງເຂົ້າໃນການຄ້າການບໍລິການແລະຮັບໃຊ້ການຄ້າການບໍລິການດ້ວຍຄຸນນະພາບສູງ.

   ຕາມໄດ້ຊາບວ່າ: ໃນງານຕະຫຼາດນັດການຄ້າການບໍລິການສາກົນຈີນປີນີ້, ສານຊັບສິນທາງປັນຍາປັກກິ່ງໄດ້ສ້າງຕັ້ງຈຸດບໍລິການດ້ານວຽກງານຕຸລາການຢູ່ສູນປະຊຸມແຫ່ງຊາດທີ່ເປັນສະຖານທີ່ຈັດງານຕົ້ນຕໍແລະສວນສາທາລະນະໂສກ່າງທີ່ເປັນສາຂາສະຖານທີ່ຈັດງານ ໂດຍໄດ້ເລືອກສົ່ງຜູ້ພິພາສາແລະ ຜູ້ຊ່ວຍຜູ້ພິພາກສາທີ່ມີປະສົບການຄົ້ນຄວ້າຮ່ຳຮຽນຢູ່ຕ່າງປະເທດຫຼືຮູ້ພາສາຕ່າງປະເທດໄປໃຫ້ການບໍລິການດ້ານກົດໝາຍດ້ວຍຫຼາຍພາສາແກ່ນັກທຸລະກິດຜູ້ເຂົ້າຮ່ວມງານ.ນອກນີ້, ສານຊັບສິນທາງປັນຍາປັກກິ່ງຍັງໄດ້ຮ່ວມມືກັບຫຼາຍພາກສ່ວນ, ເປີດຊ່ອງທາງຮ້ອງຟ້ອງການລະເມີດຊັບສິນທາງປັນຍາທາງອອນລາຍຢູ່ໃນເວັບໄຊທາງການຂອງງານຕະຫຼາດການຄ້າການບໍລິການສາກົນຈີນ, ເພື່ອສ້າງໃຫ້ເປັນ ກຳລັງແຮງສັງລວມໃນການປົກປ້ອງຊັບສິນທາງປັນຍາ.

ໃນໄລຍະຈັດງານຕະຫຼາດນັດດັ່ງກ່າວ, ສານຊັບສິນທາງປັນຍາປັກກິ່ງຍັງ ໄດ້ຮ່ວມກັບສຳນັກງານອົງການຊັບສິນທາງປັນຍາໂລກປະຈຳຈີນແລະພະແນກ ຊັບສິນທາງປັນຍາປັກກິ່ງເປັນເຈົ້າພາບຈັດ “ກອງປະຊຸມເວທີປຶກສາຫາລືວ່າດ້ວຍ ການອອກແບບອຸດສາຫະກຳກັບການປົກປ້ອງຊັບສິນທາງປັນຍາ”