ຣັດເຊຍຈະສົ່ງອອກສະບຽງອາຫານ 30 ລ້ານໂຕນ ໃນ 6 ເດືອນທ້າຍປີ 2022 ນີ້

2022-09-04 13:58:07 cri

ວັນທີ 2 ກັນຍານີ້, ກະຊວງກະສິກຳຣັດເຊຍໄດ້ແຈ້ງໃຫ້ຮູ້ວ່າ: ຣັດເຊຍຈະສົ່ງອອກສະບຽງອາຫານ 30 ລ້ານໂຕນໄປຕະຫຼາດຕ່າງປະເທດໃນ 6 ເດືອນທ້າຍປີ 2022 ນີ້. ມື້ດຽວກັນ, ທ່ານເຊີເກ ຣິຢາບກົຟ ຮອງລັດຖະມົນຕີການຕ່າງປະເທດຣັດເຊຍກ່າວວ່າ: ຣັດເຊຍຫວັງວ່າ ອົງການສະຫະປະຊາຊາດຈະໃຫ້ “ການຮັບປະກັນອັນແທ້ຈິງ ແຕ່ບໍ່ແມ່ນຖະແຫຼງການຊື່ໆ” ເພື່ອຊ່ວຍສະບຽງອາຫານຂອງຣັດເຊຍເຂົ້າສູ່ຕະຫຼາດໂລກ.

ເດືອນກໍລະກົດຜ່ານມາ, ຣັດເຊຍ ແລະອູແກຣນ ຕ່າງກໍໄດ້ເຊັນສັນຍາກັບຕູຣາເຄຍ ແລະອົງການສະຫະປະຊາຊາດ ກ່ຽວກັບການຂົນສົ່ງຜະລິດຕະພັນກະສິກຳຢູ່ທ່າກຳປັ່ນທະເລດຳ. ພ້ອມກັນນັ້ນ, ຣັດເຊຍກັບອົງການສະຫະປະຊາຊາດໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳຂອງຣັດເຊຍ.