ບາງກອກຈະປະເຊີນກັບຄວາມສ່ຽງທີ່ນ້ຳທະເລໄຫຼກັບເຂົ້າມາແລະເກີດໄພນ້ຳຖ້ວມ

2022-09-05 11:13:54 CRI

ກົມອຸທົກກະສາດ ຂອງສຳນັກງານອຸຕຸນິຍົມປະເທດໄທ ໄດ້ສົ່ງຂ່າວເຕືອນໃນວັນທີ 4 ກັນຍານີ້ວ່າ: ລະຫວ່າງວັນທີ 7-12 ກັນຍານີ້ເປັນໄລຍະເວລານ້ຳທະເລຂຶ້ນສູງ, ບວກກັບຝົນຕົກໜັກຫຼາຍມື້ຕິດຕໍ່ກັນໄດ້ເຮັດໃຫ້ຍ່ານເໜືອຂອງແມ່ນ້ຳເຈົ້າພະຍາເກີດໄພນ້ຳຖ້ວມ, ສະນັ້ນ ນະຄອນຫຼວງບາງກອກຈະປະເຊີນກັບຄວາມສ່ຽງທີ່ນ້ຳທະເລໄຫຼເຂົ້າ ແລະ ເກີດໄພນ້ຳຖ້ວມເຂດເມືອງ, ຈຶ່ງຕ້ອງນຳໃຊ້ມາດຕະການຕ່າງໆຢ່າງທັນການເພື່ອລວງສາຍນ້ຳຕ່າງໆ ແລະ ຮ່ອງລະບາຍນ້ຳໃນຕົວເມືອງ. ຫວ່າງມໍ່ໆມານີ້, ຮັກສາການນາຍົກລັດຖະມົນຕີປະເທດໄທ ໄດ້ອອກດຳລັດ ໂດຍສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງສົ່ງກຳລັງຄົນໄປກຳຈັດຂີ້ເຫຍື້ອ ແລະ ພືດໃນນ້ຳທີ່ເປັນສິ່ງກີດຂວາງການລະບາຍນ້ຳຂອງລະບົບສາຍນ້ຳໃນນະຄອນຫຼວງບາງກອກໂດຍດ່ວນ, ນອກນີ້, ສູນກູ້ໄພກະຊວງປ້ອງກັນປະເທດໄທກໍໄດ້ສົ່ງທະຫານໄປຊ່ວຍໜູນການກູ້ໄພເຊັ່ນດຽວກັນ.

ໃນຫຼາຍມື້ຜ່ານມາ, ແຫ່ງຕ່າງໆໃນທົ່ວປະເທດໄທມີຝົນຕົກໜັກຢ່າງຕໍ່ເນື່ອງ, ສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳຫຼາຍສາຍຍື່ງຂຶ້ນຢ່າງວ່ອງໄວ, ໃນນັ້ນລະດັບນ້ຳຂອງແມ່ນ້ຳເຈົ້າພະຍາໄດ້ຍື່ງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເປັນໄພຂົ່ມຂູ່ຕໍ່ເຂດຊຸມຊົນຢູ່ລຽບຕາມສອງຝັ່ງແມ່ນ້ຳດັ່ງກ່າວ.