ອົງການຄົ້ນຄວ້າຂອງ ສປປ ເກົາຫຼີ ເຜີຍແຜ່ບົດລາຍງານຕຳໜິການຊ້ອມຮົບຮ່ວມອາເມຣິກາ-ສ.ເກົາຫຼີ

2022-09-05 11:12:04 CRI

ສະມາຄົມຄົ້ນຄວ້າການເມືອງສາກົນຂອງ ສປປ ເກົາຫຼີ ໄດ້ເຜີຍແຜ່ບົດລາຍງານໃນວັນທີ 4 ກັນຍານີ້ ໂດຍລະບຸວ່າ: ການຊ້ອມຮົບຮ່ວມຂອງອາເມຣິກາ ແລະ ສ. ເກົາຫຼີ ໃນຫວ່າງບໍ່ດົນມານີ້ ແມ່ນການກະທຳທີ່ເປັນປໍລະປັກກັນແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ ໂດຍມີເຈຕະນາທີ່ຈະຊຸກຍູ້ໃຫ້ສະຖານະການຢູ່ແຫຼມເກົາຫຼີຜັນແປໄປສູ່ການເກີດສົງຄາມ.

ສຳນັກຂ່າວສານສູນກາງ ສປປ ເກົາຫຼີໄດ້ເຜີຍແຜ່ບົດລາຍງານດັ່ງກ່າວທັງໝົດໃນວັນດຽວກັນ. ເນື້ອໃນບົດລາຍງານໄດ້ຊີ້ໃຫ້ເຫັນວ່າ: ການຊ້ອມຮົບຮ່ວມຂອງອາເມຣິກາ ແລະ ສ.ເກົາຫຼີ ແມ່ນການກະທຳຫຼິ້ນກັບໄຟທີ່ຈະພາໃຫ້ສະຖານະການຢູ່ແຫຼມເກົາຫຼີປັ່ນປ່ວນຢ່າງຕໍ່ເນື່ອງ ແລະ ຜັນແປໄປສູ່ການເກີດສົງຄາມນິວເຄລຍ, ແມ່ນສິ່ງກີດຂວາງຕົ້ນຕໍໃນການບັນລຸຄວາມປອງດອງແລະສາມັກຄີຊົນຊາດລະຫວ່າງເໜືອ-ໃຕ້ ກໍຄືສັນຕິພາບຢູ່ແຫຼມເກົາຫຼີ.

ລະຫວ່າງວັນທີ 22 ສິງຫາຫາວັນທີ 1 ກັນຍານີ້, ກອງທັບ ສ.ເກົາຫຼີ ແລະ ອາເມຣິກາ ໄດ້ຈັດການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ອຸຍຈີ-ຟຣີໂດມຊິວດ” (Ulchi-Freedom Shield). ໃນໄລຍະດຳເນີນການຊ້ອມຮົບດັ່ງກ່າວ, ອົງການຈັດຕັ້ງທາງສັງຄົມຫຼາຍອົງການຂອງສ.ເກົາຫຼີ ໄດ້ຈັດງານໂຮມຊຸມນຸມເພື່ອຕ້ານອາເມຣິກາ ແລະ ຕ້ານສົງຄາມ, ຜູ້ເຂົ້າຮ່ວມການຊຸມນຸມເຫັນວ່າ, ການຊ້ອມຮົບອາດຈະເຮັດໃຫ້ສະຖານະການຢູ່ແຫຼມເກົາຫຼີທີ່ເຄັ່ງຕຶງຢູ່ແລ້ວນັ້ນຮຸນແຮງຂຶ້ນຕື່ມອີກ, ສະນັ້ນຈຶ່ງຮຽກຮ້ອງໃຫ້ຍຸດຕິການຊ້ອມຮົບຮ່ວມລະຫວ່າງ ສ.ເກົາຫຼີ-ອາເມຣິກາ.