ໂຄສົກຂອງປະທານາທິບໍດີຣັດເຊຍ:ການຢຸດສົ່ງອາຍແກັສທຳມະຊາດແມ່ນຄວາມຜິດຂອງຜູ້ລົງໂທດ

2022-09-05 11:06:32 cri


ທ່ານເປັສໂຄຟ ໂຄສົກຂອງປະທານາທິບໍດີຣັດເຊຍໄດ້ກ່າວໃນວັນທີ 4 ກັນຍານີ້ວ່າ:ເອີຣົບບໍ່ຍອມສະໜອງການບໍລິການສ້ອມແປງໃຫ້ກັບອຸປະກອນທໍ່ສົ່ງອາຍແກັສທຳມະຊາດ “ Nord Stream-1”,ນີ້ບໍ່ແມ່ນຄວາມຜິດ ຂອງບໍລິສັດອຸດສາຫະກຳອາຍແກັສທຳມະຊາດຫຸ້ນສ່ວນຈຳກັດຂອງຣັດເຊຍ,ແຕ່ແມ່ນຄວາມຜິດຂອງນັກການເມືອງຕາເວັນຕົກທີ່ທຳການຕົກລົງເຫຼົ່ານັ້ນ.


ວັນທີ 2 ກັນຍານີ້,ບໍລິສັດອຸດສາຫະກຳອາຍແກັສທຳມະຊາດຫຸ້ນສ່ວນຈຳກັດຂອງຣັດເຊຍໄດ້ຖະແຫຼງຂ່າວໂດຍລະບຸວ່າ:ໃນເວລາຮ່ວມກັບຜູ້ຕາງໜ້າ ບໍລິສັດຊີເມນສເຢຍລະມັນດຳເນີນການສ້ອມແປງຈັກຕວັນບິນຢູ່ສະຖານີປ້ຳອາຍແກັສທຳມະຊາດໂປໂຕວາຢາຂອງທໍ່ສົ່ງອາຍແກັສທຳມະຊາດ“ Nord Stream-1”ນັ້ນ,ໄດ້ປາກົດເຫັນມີອຸປະກອນຢູ່ຫຼາຍຈຸດນ້ຳມັນຮົ່ວ,ສະນັ້ນ,ທໍ່ສົ່ງອາຍແກັສທຳມະຊາດ“ Nord Stream-1”ຈະຢຸດການສົ່ງອາຍແກັສທຳມະຊາດຢ່າງສິ້ນເຊີງ,ຈົນກວ່າການຕິດຂັດຈະໄດ້ຮັບການແກ້ໄຂ.