ການຮ່ວມມືດ້ານການຄ້າການບໍລິການຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ມີໂອກາດທີ່ສ້າງຜົນງານຢ່າງຫຼວງຫຼາຍ

2022-09-05 14:32:31 CRI


ງານວາງສະແດງການຄ້າການບໍລິການສາກົນຈີນປີ 2022 ພວມດຳເນີນຢູ່ນະຄອນຫຼວງປັກກິ່ງປະເທດຈີນ. ວິສາຫະກິດທີ່ເຂົ້າຮ່ວມງານຕະຫຼາດການຄ້າການບໍລິການຄັ້ງນີ້, ມີສ່ວນໜຶ່ງແມ່ນມາຈາກປະເທດທີ່ກ່ຽວຂ້ອງຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”. ໃນ 10 ປີທີ່ຜ່ານມາ, ການຄ້າການບໍລິການຂອງຈີນໄດ້ເພີ່ມຂຶ້ນ 6,1% ຕໍ່ປີ, ເທົ່າກັບ 2 ເທົ່າ ເມື່ອທຽບໃສ່ຈັງຫວະເພີ່ມຂຶ້ນໂດຍສະເລ່ຍຂອງໂລກ, ໃນນັ້ນ ມູນຄ່າການຄ້າສອງຝ່າຍກັບປະເທດທີ່ກ່ຽວຂ້ອງຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 33%, ເຊິ່ງສະແດງໃຫ້ເຫັນຈຸດພິເສດອັນພົ້ນເດັ່ນທີ່ປະລິມານ ແລະ ຄຸນນະພາບໄດ້ຍົກລະດັບສູງຂຶ້ນ. ຜູ້ເຂົ້າຮ່ວມງານວາງສະແດງທີ່ມາຈາກປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”ກ່າວວ່າ, ການນຳໃຊ້ເຕັກນິກດີຈີຕອນໂດຍທົ່ວໄປໄດ້ນຳເອົາໂອກາດມາໃຫ້ແກ່ການພັດທະນາດ້ານການຄ້າການບໍລິການໃນທົ່ວໂລກ. ຄອງຄອຍຮ່ວມມືກັບຈີນໃນຂົງເຂດນີ້ຫຼາຍກວ່າເກົ່າໃນອະນາຄົດ.



ນັບມາຮອດເດືອນເມສາປີ 2022 ນີ້, ຈີນໄດ້ເຊັນເອກະສານຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” 200 ກວ່າສະບັບກັບ 149 ປະເທດ ແລະ 32 ອົງການຈັດຕັ້ງສາກົນ. ນັບແຕ່ປີ 2013 ຫາປີ 2021, ມູນຄ່າການຄ້າປະຈຳປີລະຫວ່າງຈີນກັບປະເທດທີ່ກ່ຽວຂ້ອງໄດ້ເພີ່ມຂຶ້ນຈາກ 1.040 ຕື້ໂດລາສະຫະລັດຂຶ້ນເປັນ 1.800 ຕື້ໂດລາສະຫະລັດ. ປີ 2021, ຍອດມູນຄ່າການຄ້າການບໍລິການຂາເຂົ້າຂາອອກລະຫວ່າງຈີນກັບປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 110 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ເຊິ່ງສະແດງໃຫ້ເຫັນເຖິງພະລັງຊີວິດຊີວາໃນການຮ່ວມມືດ້ານການຄ້າການບໍລິການລະຫວ່າງຈີນກັບ ປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.



ໃນຊຸມປີມໍ່ໆມານີ້, ຈີນພວມກະຕຸກຊຸກຍູ້ພະລັງຊີວິດຊີວາດ້ານການຄ້າການບໍລິການໃນລະດັບສູງກວ່າເກົ່າ, ຕົວຢ່າງວ່າ: ໄດ້ປະຕິບັດບັນຊີທາງລົບກ່ຽວກັບການຄ້າການບໍລິການຂ້າມຊາດຢູ່ທ່າການຄ້າເສລີໄຫຫຼຳ; ເລີ່ມການສ້າງເຂດສາທິດປະດິດສ້າງໃໝ່ ແລະ ພັດທະນາການຄ້າການບໍລິການລະດັບຊາດ; ເຂົ້າເປັນສະມາຊິກຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື RCEP, ເພີ່ມ 22 ພາກສ່ວນໃໝ່ກ່ຽວກັບການເປີດປະຕູສູ່ພາຍນອກໃນດ້ານການຄ້າການບໍລິການ, ຍົກລະດັບການເປີດປະຕູສູ່ພາຍນອກຂອງ 37 ພາກສ່ວນ, ເຮັດໃຫ້ປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າເກົ່າຮັບຮູ້ເຖິງໂອກາດທຸລະກິດອັນໃຫຍ່ຫຼວງຂອງຕະຫຼາດການບໍລິການຂອງຈີນ.