ກອງທັບຣັດເຊຍກ່າວວ່າ: ອາເມຣິກາໄດ້ຄວບຄຸມຫ້ອງທົດລອງຊີວະພາບ 50 ກວ່າແຫ່ງຢູ່ມໍ່ເຂດຊາຍແດນຣັດເຊຍ

2022-09-05 11:31:35 cri

ຂ່າວສານຕາສຣັດເຊຍລາຍງານວ່າ: ວັນທີ 3 ກັນຍານີ້, ທ່ານໄອໂກ ກີຣີໂລຟ ຜູ້ບັນຊາການກອງທັບປ້ອງກັນການແຜ່ລາສີ, ເຄມີແລະຊີວະພາບຂອງກອງທັບຣັດເຊຍກ່າວວ່າ: ຢູ່ມໍ່ເຂດຊາຍແດນຣັດເຊຍ, ມີຫ້ອງທົດລອງຊີວະພາບ 50 ກວ່າແຫ່ງໄດ້ຮັບເງິນທຶນຈາກກະຊວງປ້ອງກັນປະເທດອາເມຣິກາ ເພື່ອດຳເນີນການປັບປຸງໃຫ້ທັນສະໄໝ ແລະຄວບຄຸມໂດຍອາເມຣິກາ.

ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ການກະທຳຂອງອາເມຣິກາທີ່ຂະຫຍາຍເຄືອຂ່າຍຫ້ອງທົດລອງຊີວະພາບຈະເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງການທະຫານຂອງຣັດເຊຍ. ຣັດເຊຍຈະຍື່ນຫຼັກຖານອ້າງອີງທີ່ອາເມຣິກາລະເມີດ “ສົນທິສັນຍາວ່າດ້ວຍການຫ້າມອາວຸດຊີວະພາບ” ໃຫ້ກັບອົງການສາກົນທີ່ກ່ຽວຂ້ອງຢູ່ນະຄອນເຊີແນວຂອງສະວິດສໃນອາທິດໜ້າ.

ເດືອນມິຖຸນາປີ 2022, ກະຊວງການຕ່າງປະເທດອາເມຣິກາຍອມຮັບວ່າ: ໃນ 20 ປີທີ່ຜ່ານມາ, ລັດຖະບານອາເມຣິກາໄດ້ໃຫ້ການສະໜັບສະໜູນແກ່ຫ້ອງທົດລອງ, ສິ່ງກໍ່ສ້າງສາທາລະນະສຸກແລະສະຖານີບົ່ງມະຕິພະຍາດ 46 ແຫ່ງພາຍໃນດິນແດນອູແກຣນ. ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍເຄີຍກ່າວວ່າ: ທາດແທ້ຂອງຫ້ອງທົດລອງຊີວະພາບຢູ່ອູແກຣນຂອງອາເມຣິກາ ບໍ່ແມ່ນເພື່ອໃຫ້ການຊ່ວຍເຫຼືອດ້ານການແພດແກ່ປະຊາຊົນທ້ອງຖິ່ນ, ແຕ່ແມ່ນເພື່ອຄົ້ນຄ້ວາແລະພັດທະນາອາວຸດຊີວະພາບ.