ເປີດສັບປະດາໂຄສະນາຄວາມປອດໄພທາງອິນເຕີເນັດແຫ່ງຊາດປີ 2022

2022-09-05 16:56:29 cri


ສັບປະດາໂຄສະນາຄວາມປອດໄພທາງອິນເຕີເນັດແຫ່ງຊາດປີ 2022 ທີ່ມີ 10 ພາກສ່ວນຈີນຮ່ວມກັນຈັດຂຶ້ນ ເຊັ່ນ: ກະຊວງການສຶກສາ, ກະຊວງປ້ອງກັນຄວາມສະຫງົບ, ສູນກາງຊາວໜຸ່ມກອມມູນິດຈີນ, ສະຫະພັນແມ່ຍິງ ແລະອື່ນໆ ໄດ້ເປີດຂຶ້ນຢູ່ນະຄອນເຫີເຝີຍແຂວງອ່ານຮຸ່ຍຈີນໃນວັນທີ 5 ກັນຍານີ້.

ກິດຈະກຳຄັ້ງນີ້ມີຫົວຂໍ້ຫຼັກວ່າ: “ສ້າງຄວາມປອດໄພທາງອິນເຕີເນັດເພື່ອປະຊາຊົນ, ຮັກສາຄວາມປອດໄພທາງອິນເຕີເນັດອາໄສປະຊາຊົນ”, ໄດ້ຈັດກິດຈະກຳຕ່າງໆ ເຊັ່ນ: ງານວາງສະແດງຄວາມປອດໄພທາງອິນເຕີເນັດ, ກອງປະຊຸມເວທີປຶກສາຫາລືກ່ຽວກັບເຕັກນິກຄວາມປອດໄພທາງອິນເຕີເນັດ, ກອງປະຊຸມເວທີປຶກສາຫາລືສາຂາ 8 ຄັ້ງ, ການແຂ່ງຂັນກ່ຽວກັບຄວາມປອດໄພທາງອິນເຕີເນັດ ແລະອື່ນໆ, ໄດ້ເຊື້ອເຊີນແຂກຜູ້ມີກຽດທີ່ມາຈາກລັດຖະບານ, ອົງການຄົ້ນຄວ້າວິທະຍາສາດ ແລະວິສາຫະກິດເກືອບພັນຄົນເຂົ້າຮ່ວມ ໂດຍໄດ້ປິ່ນອ້ອມຫົວຂໍ້ກ່ຽວກັບການປົກປ້ອງອິນເຕີເນັດເຍົາວະຊົນ, ຄວາມປອດໄພດ້ານຂໍ້ມູນຂອງລົດ, ຫຸ່ນຍົນອັດສະລິຍະກັບການປົກປ້ອງຂໍ້ມູນຂອງສ່ວນບຸກຄົນ, ຄວາມປອດໄພທາງອິນເຕີເນັດໃນການປ້ອງກັນປະເທດແລະອື່ນໆ, ຮ່ວມກັນປຶກສາຫາລືການພັດທະນາແບບເຊື່ອມໂຍງເຂົ້າກັນຂອງຂະແໜງການເຕັກນິກການສຶກສາຄວາມປອດໄພທາງອິນເຕີເນັດ, ສຸມໃສ່ຍົກສູງສະຕິຄວາມປອດໄພແລະເຕັກນິກການປ້ອງກັນໃຫ້ກັບທົ່ວປວງຊົນ.