ຢູ່ເມືອງລູຕິ້ງກິ່ງແຂວງປົກຄອງຕົນເອງເຜົ່າຕິເບດກ່ານຈື່ແຂວງເສສວນຈີນເກີດໄພແຜ່ນດິນໄຫວຂະໜາດ 6.8 ຣິກເຕີ

2022-09-05 15:24:56 CRI


ເວລາ 12 ໂມງ 52 ນາທີຂອງວັນທີ 5 ກັນຍານີ້, ຢູ່ເມືອງລູຕິ້ງກິ່ງແຂວງປົກຄອງຕົນເອງເຜົ່າຕິເບດກ່ານຈື່ແຂວງເສສວນຈີນ ໄດ້ເກີດໄພແຜ່ນດິນໄຫວຂະໜາດ 6.8 ຣິກເຕີ. ວັນທີ 5 ກັນຍານີ້, ພາກສ່ວນທີ່ກ່ຽວຂ້ອງຂອງກິ່ງແຂວງກ່ານຈື່ ແລະ ເມືອງຊືມຽນນະຄອນຢາອ່ານແຂວງເສສວນແຈ້ງໃຫ້ຮູ້ວ່າ, ປັດຈຸບັນນີ້ ໃນໄພແຜ່ນດິນໄຫວຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 65 ຄົນ.