ກະສິກຳອັດສະລິຍະຊ່ວຍພັດທະນາການປູກຝັງ

2022-09-05 16:21:54 CRI



ໃນໄວໆນີ້, ເຂດສາທິດວິທະຍາສາດເຕັກນິກປູກເຂົ້ານາຢູ່ນະຄອນຟູ້ຈິນແຂວງເຫີ່ຍໂລງຈ່ຽງໃກ້ຈະຮອດໄລຍະເກັບກ່ຽວແລ້ວ.



ຢູ່ເຂດສາທິດແຫ່ງນີ້ໄດ້ນຳໃຊ້ອິນເຕີເນັດຂອງສັບພະສິ່ງ, ຄຣາວຄອມພິວຕິງ ແລະ ເຕັກນິກຂໍ້ມູນຂ່າວສານອື່ນໆ, ດຳເນີນການວິເຄາະ ແລະ ຊີ້ນຳແບບອັດສະລິຍະໃນທົ່ວຂະບວນການແຫ່ງການເຕີບໃຫຍ່ຂອງເຂົ້ານາ ເຊັ່ນ: ການແຕກໜໍ່, ການຄວບຄຸມໂຮງກ້າເບ້ຍ, ການລະບາຍນ້ຳເຂົ້ານາແບບປະຢັດ, ຂໍ້ມູນສັງລວມດ້ານອຸຕຸນິຍົມ, ທ່ວງທ່າການເຕີບໃຫຍ່ຂອງເຂົ້ານາ, ການຕິດຕາມສັດຕູພືດ ແລະອື່ນໆ, ເຊິ່ງໄດ້ຊ່ວຍຍົກສູງປະລິມານຜົນ ຜະລິດ ປະສິດທິພາບການປູກຝັງ ແລະ ຄຸນນະພາບຂອງເຂົ້ານາ.