ເວທີປຶກສາຫາລືເສດຖະກິດຕາເວັນອອກຄັ້ງທີ 7 ຈັດຂຶ້ນຢູ່ຣັດເຊຍ

2022-09-05 14:35:34 CRI

ເວທີປຶກສາຫາລືເສດຖະກິດຕາເວັນອອກກຄັ້ງທີ 7 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ກັນຍານີ້ຕາມເວລາທ້ອງຖິ່ນຢູ່ນະຄອນວຣາດີວໍສຕົກ ປະເທດຣັດເຊຍ. ອີງຕາມຄຳແນະນຳ ຂອງເລຂາຄະນະກຳມະການຈັດກອງປະຊຸມດັ່ງກ່າວໃຫ້ຮູ້ວ່າ, ມີຜູ້ແທນຈາກ 60 ກວ່າປະເທດ ແລະ ເຂດແຄວ້ນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໃນຄັ້ງນີ້.

ຫົວຂໍ້ຂອງເວທີປຶກສາຫາລືໃນປີນີ້ແມ່ນ “ກ້າວໄປສູ່ໂລກແຫ່ງຫຼາຍຂົ້ວ”, ໂດຍມີຈຸດປະສົງ ເພື່ອສ່ອງແສງໃຫ້ເຫັນເຖິງຂະບວນການປ່ຽນແປງໃໝ່ຂອງໂລກທີ່ພາໃຫ້ເກີດຮູບແບບເສດຖະ ກິດໃໝ່ ແລະ ເປັນເວທີການສົນທະນາກັນສຳລັບຝ່າຍຕ່າງໆທີ່ມີຜົນປະໂຫຍດຮ່ວມກັນ.

ວັນທີ 19 ພຶດສະພາປີ 2015, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ລົງນາມໃນລັດຖະດຳລັດ ໂດຍໃຫ້ຈັດເວທີປຶກສາຫາລືເສດຖະກິດຕາເວັນອອກໃນທຸກໆປີ ຢູ່ນະຄອນວຣາດີວໍສຕົກ ເພື່ອຊຸກຍູ້ການພັດທະນາເສດຖະກິດຢູ່ພາກຕາເວັນອອກໄກ ປະເທດຣັດເຊຍ ແລະ ເປີດກວ້າງການຮ່ວມມືສາກົນຢູ່ພາກພື້ນອາຊີປາຊີຟິກ.