ອາເມຣິກາໄດ້ຍົກເລີກມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຈະສ້າງຜົນຮ້າຍໃຫ້ແກ່ປະຊາຊົນປະເທດຕົນ

2022-09-05 16:27:38 CRI

ຕົວເລກຂໍ້ມູນທີ່ສູນສະຖິຕິສາທາລະນະສຸກແຫ່ງຊາດອາເມຣິກາເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ ອາຍຸຍືນສະເລ່ຍຕໍ່ຫົວຄົນຂອງອາເມຣິກາໃນປີ 2021 ໄດ້ຫຼຸດລົງເປັນ 76 ປີ ເຊິ່ງໜ້ອຍກວ່າ 79 ປີຂອງປີ 2019 ນັ້ນ 3 ປີ ແລະແມ່ນຈັງຫວະຫຼຸດລົງຫຼາຍທີ່ສຸດສຳລັບອາຍຸຍືນສະເລ່ຍຂອງຊາວອາເມຣິການັບແຕ່ຊຸມປີ 1920 ເປັນຕົ້ນມາ. ສ່ວນກຸ່ມຄົນພື້ນເມືອງຂອງອາເມຣິກາແມ່ນຖືກກະທົບກະເທືອນໜັກໜ່ວງທີ່ສຸດ, ອາຍຸຍືນສະເລ່ຍຕໍ່ຫົວຄົນໃນປີ 2020 ຂອງເຂົາເຈົ້າປີດຽວໄດ້ຫຼຸດລົງ 4 ປີເມື່ອທຽບໃສ່ປີ 2019, ໃນສອງປີຜ່ານມາທີ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້ຫຼຸດລົງ 6,5 ປີ. ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ອາຍຸຍືນສະເລ່ຍຕໍ່ຫົວຄົນຂອງຊາວອາເມຣິກາຫຼຸດລົງ.


ນັບມາຮອດປັດຈຸບັນນີ້, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຂອງອາເມຣິກາມີຫຼາຍກວ່າ 1 ລ້ານຄົນ, ຍັງມີຄົນນັບມື້ນັບຫຼາຍໄດ້ຮັບຜົນກະທົບຕໍ່ສຸຂະພາບຈາກເຊື້ອພະຍາດໂຄວິດ-19. ແຕ່ວ່າ, ນັບແຕ່ເດືອນກຸມພາປີນີ້ເປັນຕົ້ນມາ, ລັດຕ່າງໆຂອງອາເມຣິກາໄດ້ຍົກເລີກມາດຕະການຈຳກັດຕ່າງໆຕໍ່ການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19. ຫວ່າງມໍ່ໆມານີ້, ສະມາຊິກໜ່ວຍງານຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງທຳນຽບຂາວອາເມຣິກາກ່າວວ່າ: ລັດຖະບານກຽມຈະຍຸດຕິການຈ່າຍຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ໃນການກວດນິວຄຼີອິກຫາເຊື້ອພະຍາດ, ການປິ່ນປົວ ແລະ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ນັບແຕ່ລະດູໃບໄມ້ຫຼົ່ນປີນີ້ເປັນຕົ້ນໄປ.


ອາເມຣິກາເປັນປະເທດທີ່ພັດທະນາແລ້ວ ທີ່ມີອຸປະກອນ ແລະ ເຕັກນິກການແພດທີ່ທັນສະໄໝທີ່ສຸດໃນໂລກ, ແຕ່ພັດໄດ້ກາຍເປັນປະເທດທີ່ມີຜູ້ຖືກບົ່ງມະຕິເປັນພະຍາດ ແລະ  ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກ. ສາເຫດຕົ້ນຕໍກໍແມ່ນລັດຖະບານອາເມຣິກາບໍ່ໄດ້ເອົາໃຈໃສ່ຕໍ່ການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ຫາກໄດ້ສົນໃຈນຳເລື່ອງຄອບງຳທາງການເມືອງ ແລະ ການໂຈມຕີເຊິ່ງກັນແລະກັນລະຫວ່າງພັກການເມືອງ.


ພາຍໃຕ້ສະພາບການທີ່ພະຍາດໂຄວິດ-19 ເຮັດໃຫ້ອາຍຸຍືນສະເລ່ຍຕໍ່ຫົວຄົນຂອງປະເທດທີ່ພັດທະນາແລ້ວຈຳນວນໜຶ່ງໄດ້ຫຼຸດໜ້ອຍລົງ, ອາຍຸຍືນສະເລ່ຍຕໍ່ຫົວຄົນຂອງຊາວຈີນໃນສອງປີມານີ້ພັດໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ. ຕົວເລກຂໍ້ມູນທີ່ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ອາຍຸຍືນສະເລ່ຍຕໍ່ຫົວຄົນຂອງຊາວຈີນຈາກ 77,93 ປີໃນປີ 2020 ເພີ່ມຂຶ້ນເປັນ 78,2 ປີໃນປີ 2021. ເມື່ອປຽບທຽບກັນແລ້ວເຫັນວ່າ ອາຍຸຍືນສະເລ່ຍຕໍ່ຫົວຄົນຂອງຄົນຈີນໄດ້ຫຼາຍກວ່າອາເມຣິກາແລ້ວ.


ສາມາດເຫັນໄດ້ວ່າ, ຈຸດຢືນທີ່ລັດບານຈີນວາງ ແລະ ປະຕິບັດນະໂຍບາຍຈຳກັດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລາແມ່ນຖືເອົາຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນຈີນ 1,4 ຕື້ຄົນໄວ້ຢູ່ຖານະອັນດັບໜຶ່ງ ເຊິ່ງກໍໄດ້ສ່ອງແສງໃຫ້ເຫັນເຖິງແນວຄວາມຄິດການປົກຄອງປະເທດທີ່ປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຊີວິດຢູ່ເໜືອທຸກສິ່ງທຸກຢ່າງຂອງພັກກອມມູນິດຈີນ ແລະ ລັດຖະບານຈີນຢ່າງເຕັມທີ່. ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ສອງປີປາຍເປັນຕົ້ນມາ, ອັດຕາການຕິດເຊື້ອພະຍາດ ແລະ ອັດຕາການຕາຍຍ້ອນເປັນພະຍາດໂຄວິດ-19 ຂອງຈີນໄດ້ຢູ່ໃນລະດັບຕ່ຳສຸດຂອງໂລກ. ອີງຕາມບົດຄົ້ນຄວ້າຂອງວາລະສານການແພດທຳມະຊາດຂອງຈີນຄາດຄະເນວ່າ: ຖ້າຈີນຮຽນແບບມາດຕະການຂອງປະເທດຈຳນວນໜຶ່ງແລ້ວ ອາດຈະເຮັດໃຫ້ປະຊາຊົນຈີນ 112 ລ້ານຄົນຕິດເຊື້ອພະຍາດໂຄວິດ-19 ແລະ ມີເກືອບ 1,6 ລ້ານຄົນເສຍຊີວິດຍ້ອນເປັນພະຍາດ. ສິ່ງເຫຼົ່ານີ້ລ້ວນແຕ່ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ, ນະໂຍບາຍປ້ອງກັນ ແລະຄວບຄຸມພະຍາດຂອງຈີນແມ່ນຖືກຕ້ອງຕາມຫຼັກວິສາດ, ຖືກຕ້ອງ ແລະບັງເກີຜົນ ພ້ອມທັງໄດ້ຮັບຜິດຊອບຕໍ່ປະຊາຊົນ.


ອາເມຣິກາ ແລະ ປະເທດຕາເວັນຕົກຈຳນວນໜຶ່ງໄດ້ຍົກເລີກມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19, ປະຊາຊົນຂອງປະເທດເຫຼົ່ານີ້ ຕ້ອງປະສົບຄວາມຫຍຸ້ງຍາກຫຼາຍທີ່ສຸດ. ຜົນຮ້າຍຢ້ອນຫຼັງທີ່ເກີດຂຶ້ນໃນປັດຈຸບັນໄດ້ສະແດງໃຫ້ເຫັນວ່າບໍ່ປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດແລະ ອ້າງວ່າຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19 ຈະເປັນໄປບໍ່ໄດ້ຢ່າງເດັດຂາດ. ຊີວິດ ແລະ ສຸຂະພາບຂອງປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ, ມີແຕ່ຍຶດໝັ້ນໃນການຈຳກັດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລາ


 ໂດຍປະຕິບັດຕາມຫຼັກວິທະຍາສາດ ແລະ ຖືກຕ້ອງຕາມເປົ້າໝາຍ” ເທົ່ານັ້ນ ຈິ່ງຈະສາມາດປ້ອງກັນຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນໄດ້ດີທີ່ສຸດ.