ໄພແຜ່ນດິນໄຫວຢູ່ເມືອງລູຕິ້ງແຂວງເສສວນຈີນໄດ້ເຮັດໃຫ້ມີຜູ້ເສຍຊີວິດ 65 ຄົນ

2022-09-06 15:05:37 CRI



ເວລາ 12 ໂມງ 52 ນາທີຂອງວັນທີ 5 ກັນຍານີ້, ຢູ່ເມືອງລູຕິ້ງກິ່ງແຂວງປົກຄອງຕົນເອງເຜົ່າຕິເບດກ່ານຈື່ແຂວງເສສວນຈີນ ໄດ້ເກີດໄພແຜ່ນດິນໄຫວຂະໜາດ 6.8 ຣິກເຕີ. ວັນທີ 5 ກັນຍານີ້, ພາກສ່ວນທີ່ກ່ຽວຂ້ອງຂອງກິ່ງແຂວງກ່ານຈື່ ແລະ ເມືອງຊືມຽນນະຄອນຢາອ່ານແຂວງເສສວນແຈ້ງໃຫ້ຮູ້ວ່າ, ປັດຈຸບັນນີ້ ໃນໄພແຜ່ນດິນໄຫວຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 65 ຄົນ.



ຫຼັງຈາກເກີດໄພແຜ່ນດິນໄຫວແລ້ວ, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄວາມສຳຄັນຢ່າງສູງ ແລະ ໃຫ້ຄຳຊີ້ແຈງອັນສຳຄັນ ໂດຍກ່າວວ່າ, ຕ້ອງຖືການກອບກູ້ຊີວິດເປັນໜ້າທີ່ອັນດັບໜຶ່ງ, ອອກແຮງສຸດຂີດເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ, ຫຼຸດຜ່ອນການເສຍຊີວິດ ແລະ ການບາດເຈັບຂອງປະຊາຊົນຢ່າງສຸດຄວາມສາມາດ. ຕ້ອງເພີ່ມທະວີການຕິດຕາມວັດແທກໄພແຜ່ນດິນໄຫວ, ປ້ອງກັນໄພທີ່ເກີດຂຶ້ນຕາມຫັງ, ປະຕິບັດວຽກງານຈັດສັນປະຊາຊົນປາສະຈາກບ່ອນອັດຕະລາຍຢ່າງເໝາະສົມ ແລະອື່ນໆ.



ຕາມຂ່າວແຈ້ງວ່າ, ຢູ່ແຂວງເສສວນກຳລັງອອກແຮງສຸດຂີດເພື່ອຊອກຫາ ແລະ ຊ່ວຍເຫຼືອຜູ້ບາດເຈັບ, ຈັດສັນປະຊາຊົນຜູ້ປະສົບໄພຢ່າງເໝາສົມ, ເລັ່ງລັດບຸກເບີກເສັ້ນທາງຊ່ວຍເຫຼືອໂດຍດ່ວນ, ປ້ອງກັນໄພແຜ່ນດິນໄຫວ ແລະ ໄພພິບັດທີ່ເກີດຂຶ້ນຕາມຫຼັງ, ເລັ່ງລັດສ້ອມແປງພື້ນຖານໂຄງລ່າງຢູ່ເຂດປະສົບໄພ, ຫຼຸດຜ່ອນຜົນເສຍຫາຍດ້ານຊີວິດ ແລະ ຊັບສິນຍ້ອນໄພພິບັດຢ່າງສຸດຄວາມສາມາດ.