ກະຊວງການຕ່າງປະເທດຈີນຕອບໂຕ້ບົດລາຍງານຂອງອາເມຣິກາທີ່ໃສ່ຮ້າຍປ້າຍສີສາຍພົວພັນຈີນ-ປະເທດໃນເອີຣົບກາງແລະເອີຣົບຕາເວັນອອກ

2022-09-06 12:17:58 cri


ຕໍ່ກັບເລື່ອງທີ່ຝ່າຍອາເມຣິກາເຜີຍແຜ່ບົດລາຍງານທີ່ກ່ຽວຂ້ອງໃນຫວ່າງມໍ່ໆມານີ້ທີ່ໃສ່ຮ້າຍປ້າຍສີສາຍພົວພັນຈີນ-ປະເທດໃນເອີຣົບກາງແລະເອີຣົບຕາເວັນອອກ,ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 5 ກັນຍານີ້ວ່າ:ບົດລາຍງານເຫຼົ່ານີ້ແມ່ນເຕັມໄປດ້ວຍການໃສ່ຮ້າຍປ້າຍສີແລະການກ່າວຫາທີ່ໄຮ້ສາລະຕໍ່ສາຍພົວພັນຈີນ-ປະເທດໃນເອີຣົບກາງແລະເອີຣົບຕາເວັນອອກ,ບໍ່ມີຄວາມເປັນພາວະວິໄສແລະບໍ່ມີຄວາມເປັນຈິງຫຍັງເລີຍ.



ປີນີ້ພໍດີແມ່ນຈີນ-ປະເທດໃນເອີຣົບກາງແລະເອີຣົບຕາເວັນອອກດຳເນີນການຮ່ວມມືກັນຄົບຮອບ 10 ປີ,ມີສື່ລາຍງານຂ່າວວ່າ:ໂດຍໄດ້ຮັບການມອບໝາຍຈາກກະຊວງການຕ່າງປະເທດອາເມຣິກາ,"ສູນວິເຄາະນະໂຍບາຍເອີຣົບ"ທີ່ເປັນຄັງປັນຍາອາເມຣິກາໄດ້ເຜີຍແຜ່ບົດລາຍງານຕ່າງໆຢ່າງຕໍ່ເນື່ອງໃນຫວ່າງມໍ່ໆມານີ້,ໂດຍໄດ້ດຳເນີນການປະເມີນຕໍ່ອັນທີ່ວ່າ "ຜົນສະທ້ອນທີ່ີມີເຈຕະນາຮ້າຍ"ທີ່ປະເທດຈີນໃຊ້ຕໍ່ປະເທດໃນເອີຣົບກາງແລະເອີຣົບຕາເວັນອອກ.



ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ,ທ່ານນາງໝາວໜິງໄດ້ກ່າວເນັ້ນໜັກວ່າ:


"ແຕ່ໃດມາ,ປະເທດຈີນກໍ່ບໍ່ເຄີຍສະແຫວງຫາຈຸດປະສົງດ້ານການເມືອງພູມີສາດຢູ່ເອີຣົບກາງແລະເອີຣົບຕາເວັນອອກ,ແລະໄດ້ຄັດຄ້ານການຫັນການຮ່ວມມືເປັນບັນຫາການເມືອງແລະຫັນເປັນບັນຫາຮູບຖານຈິດສຳນຶກມາໂດຍຕະຫຼອດ.ພວກເຮົາເຊື່ອວ່າ:ປະຊາຊົນປະເທດຕ່າງໆຂອງເອີຣົບກາງແລະເອີຣົບຕາເວັນອອກຈະມີຄວາມສາມາດວິນິດໄສອັນພຽງພໍ,ສາມາດເຫັນແຈ້ງຕໍ່ເຈຕະນາຊົ່ວຮ້າຍທີ່ແຝງຊ້ອນຢູ່ເບື້ອງຫຼັງຄຳຂີ້ຕົວະແລະຂໍ້ມູນຂ່າວສານປອມເຫຼົ່ານີ້ທີ່ທຳລາຍການຮ່ວມມືລະຫວ່າງຈີນ-ປະເທດໃນເອີຣົບກາງແລະເອີຣົບຕາເວັນອອກ."