ຈີນທວງໃຫ້ອາເມຣິກາໃຫ້ຄວາມກະຈ່າງແຈ້ງຕໍ່ກໍລະນີທີ່ລັກເຈາະຂໍ້ມູນອິນເຕີເນັດຈີນ ແລະຍຸດຕິການກະທຳຜິດກົດໝາຍແບບນີ້ທັນທີ

2022-09-06 15:04:46 CRI

ໂດຍແນໃສ່ກໍລະນີທີ່ອົງການທີ່ກ່ຽວຂ້ອງຂອງອາເມຣິກາລັກເຈາະຂໍ້ມູນຕໍ່ເປົ້າໝາຍອິນເຕີເນັດຂອງຈີນ, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມ ຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 5 ກັນຍານີ້ວ່າ: ການກະທຳແບບນີ້ຂອງອາເມຣິກາໄດ້ສ້າງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດຈີນ ກໍຄືຄວາມປອດໄພດ້ານຂໍ້ມູນສ່ວນບຸກຄົນຂອງພົນລະເມືອງຈີນ, ຈີນກ່າວປະນາມອາເມຣິກາຢ່າງຮຸນແຮງ ແລະ ທວງໃຫ້ອາເມຣິກາໃຫ້ຄວາມກະຈ່າງແຈ້ງ ທັງຍຸດຕິການກະທຳຜິດກົດໝາຍແບບນີ້ທັນທີ.

ເມື່ອບໍ່ດົນມານີ້, ສູນຮັບມືສຸກເສີນແລະແກ້ໄຂໄວຣັດຄອມພິວເຕີແຫ່ງຊາດຈີນ ແລະ ບໍລິສັດ 360 ຂອງຈີນຕ່າງໄດ້ເປີດເຜີຍບົດລາຍງານການສຳຫຼວດກ່ຽວກັບສຳນັກງານຄວາມໝັ້ນຄົງແຫ່ງຊາດອາເມຣິກາ ຫຼື NSA ໄດ້ກໍ່ການໂຈມຕີທາງອິນເຕີເນັດຕໍ່ມະຫາວິທະຍາໄລອຸດສາຫະກຳຕາເວັນຕົກສຽງເໜືອຈີນ ໂດຍສະແດງໃຫ້ເຫັນວ່າ, ຫ້ອງການບຸກລຸກເປົ້າໝາຍສະເພາະທີ່ຂຶ້ນກັບສຳນັກງານຄວາມໝັ້ນຄົງແຫ່ງຊາດອາເມຣິກາ ໄດ້ກໍ່ການໂຈມຕີທາງອິນເຕີເນັດຕໍ່ເປົ້າໝາຍທາງອິນເຕີເນັດຂອງຈີນນັບເປັນໝື່ນເທື່ອ.

ບົດລາຍງານສະບັບດັ່ງກ່າວຍັງລະບຸວ່າ: ອາເມຣິກາໄດ້ນຳໃຊ້ຍຸດໂທປະກອນສະເພາະ ກໍ່ການໂຈມຕີທາງອິນເຕີເນັດ 41 ຊະນິດ ເພື່ອກໍ່ການໂຈມຕີ-ໂຈລະກຳຂໍ້ມູນຕໍ່ມະຫາວິທະຍາ ໄລອຸດສາຫະກຳຕາເວັນຕົກສຽງເໜືອຈີນນັບເປັນພັນເທື່ອ ແລະ ໄດ້ໂຈລະກຳຂໍ້ມູນເຕັກນິກ ສຳຄັນທີ່ເປັນໃຈກາງງວດໜຶ່ງ. ນອກນີ້, ອາເມຣິກາຍັງດັກຟັງຜູ້ໃຊ້ມືຖືຊາວຈີນໂດຍບໍ່ຈຳແນກ ເປົ້າໝາຍມາເປັນໄລຍະຍາວ, ໂຈລະກຳຂໍ້ຄວາມສັ້ນຂອງຜູ້ໃຊ້ມືຖືຢ່າງຜິດກົດໝາຍ ທັງຕິດຕາມເສັ້ນທາງການເຄື່ອນໄຫວຂອງຜູ້ໃຊ້ມືຖືໂດຍຜ່ານຄື້ນສັນຍານວິທະຍຸ.

ທ່ານນາງໝາວໜິງກ່າວເນັ້ນວ່າ: ຄວາມປອດໄພທາງດ້ານພື່ນທີ່ອິນເຕີເນັດ ແມ່ນບັນຫາທີ່ປະເທດຕ່າງໆພວມປະເຊີນຮ່ວມກັນ. ໃນຖານະເປັນປະເທດທີ່ມີກຳລັງທາງດ້ານເຕັກໂນໂລຢີອິນເຕີເນັດທີ່ເຂັ້ມແຂງກວ່າໝູ່, ອາເມຣິກາຄວນຍຸດຕິການກະທຳທີ່ໂຈລະກຳຂໍ້ມູນ ແລະໂຈມຕີອິນເຕີເນັດປະເທດອື່ນໃນທັນທີ, ເຂົ້າຮ່ວມການບໍລິຫານພື້ນທີ່ອິນເຕີເນັດທົ່ວໂລກດ້ວຍທ່າທີທີ່ມີຄວາມຮັບຜິດຊອບ ເພື່ອເສີມຂະຫຍາຍບົດບາດເປັນການສ້າງສັນໃນການປົກປັກຮັກສາຄວາມປອດໄພທາງດ້ານອິນເຕີເນັດ.