ຊີວິດໃນຕໍ່ໜ້າຈະມີຄວາມສຸກແລະຄວາມຫວານຊື່ນກວ່າເກົ່າ

2022-09-06 16:27:33 cri




ວັນທີ3ກຸມພາ2021 ເປັນມື້ເລີ່ມຕົ້ນຂອງລະດູໃບໄມ້ປົ່ງຕາມຈັນທະຄະຕິຈີນ

ທ່າມກາງຝົນຝອຍແລະເມກໝອກປົກຄຸມໄປທົ່ວເຂດພູອູ່ເມີງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປເຖິງບ້ານຮວ້າອູ່ ຕາແສງເຜົ່າມົ້ງຊິ່ນເຢີນນະຄອນປີ້ເຈແຂວງກຸ້ຍໂຈ່ວ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.

ສອງຜົວເມຍທ່ານຈ້າວຢວີ້ເສ ຊາວບ້ານບ້ານຮວ້າອູ່ໄດ້ຕ້ອນຮັບທ່ານສີຈິ້ນຜິງເຂົ້າໄປໃນເຮືອນຂອງເຂົາເຈົ້າດ້ວຍຄວາມຕື່ນເຕັ້ນດີໃຈ.

ເນື່ອງໃນໂອກາດບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ທຸກໆຄອບຄົວພາຍໃນບ້ານພາກັນກຽມເຂົ້າຂອງເຄື່ອງໃຊ້ເພື່ອສະຫຼອງບຸນປີໃໝ່,ໃນນີ້ກໍມີການເຮັດເຂົ້າໜົມຫວງປ່າ ເຊິ່ງເປັນອາຫານພື້ນເມືອງທີ່ແຊບຊ້ອຍຂອງທ້ອງຖິ່ນດັ່ງກ່າວ.

ເອົາໃບຕອງຈິງໃບໜຶ່ງ ຄີບກ້ອນເຂົ້າໜຽວປົນແປ້ງຖົ່ວເຫຼືອງ,ຫໍ່ໄວ້ແລ້ວເອົາຕອກມັດໃຫ້ແໜ້ນ… ທ່ານສີຈິ້ນຜິງໄດ້ເອົາເຂົ້າໜົມຫວງປ່າທີ່ເພິ່ນໄດ້ຫໍ່ດີແລ້ວນັ້ນວາງຢູ່ໃນແຕະໜຶ້ງທີ່ຢູ່ຕໍ່ໜ້າ ນາງ ຢາງເປີງຢິ່ງ ຜູ້ເປັນແມ່ເຮືອນ ພ້ອມທັງເວົ້າດ້ວຍຮອຍຍິ້ມວ່າ: “ຂໍອວຍພອນໃຫ້ຊີວິດການເປັນຢູ່ໃນຕໍ່ໜ້າຂອງພວກສະຫາຍຈົ່ງມີຄວາມສຸກແລະຄວາມຫວານຊື່ນກວ່າເກົ່າເດີ!”

ນາງຢາງເຜີງຢິ່ງເວົ້າດ້ວຍຄວາມດີໃຈວ່າ:“ຊີວິດການເປັນຢູ່ຂອງພວກເຮົາໃນຊຸມປີຜ່ານມານີ້ແມ່ນນັບມື້ນັບດີຂຶ້ນແລ້ວຄືດັ່ງທີ່ທ່ານເລຂາທິການໃຫຍ່ໄດ້ເວົ້າມາແທ້.”

ເຮືອນຂອງທ່ານຈ້າວຢວີ້ເສໃນເມື່ອກ່ອນ ຍາມຝົນຕົກລົມພັດມາແມ່ນບໍ່ສາມາດກັນລົມກັນຝົນໄດ້ແລະຂາດນ້ຳຂາດໄຟ. ພາຍຫຼັງມາ, ພາຍໃຕ້ການຊ່ວຍເຫຼືອຈາກນະໂຍບາຍຍົກຍ້າຍຖິ່ນຖານເພື່ອຫຼຸດຜ່ອນຄວາມທຸກຍາກ, ທຸກຄົນໃນຄອບຄົວລາວໄດ້ຍ້າຍໄປຢູ່ຕຶກສອງຊັ້ນທີ່ກວມເນື້ອທີ່150ຕາແມັດ. ສອງຜົວເມຍອອກຈາກບ້ານໄປເຮັດວຽກຢູ່ແຂວງຟູຈ້ຽນ, ປີໜຶ່ງມີລາຍໄດ້40.000ກວ່າຢວນ, ລູກສາມຄົນຕ່າງກໍເຂົ້າຮຽນຊັ້ນປະຖົມແລະມັດທະຍົມຕອນຕົ້ນ, ຄ່າຮຽນ,ຄ່າກິນນອນແມ່ນບໍ່ໄດ້ຈ່າຍຫຍັງໝົດ.

“ມື້ນັ້ນ, ຢູ່ໃນຫ້ອງຮັບແຂກ, ຂ້ອຍໄດ້ຊີ້ໃສ່ຮູບຖ່າຍຕິດຢູ່ເທິງຝາເຮືອນເພື່ອເລົ່າຄືນການປ່ຽນແປງຂອງຄອບຄົວໃນຊຸມປີຜ່ານມານີ້ສູ່ທ່ານເລຂາທິການໃຫຍ່ຟັງ.” ເມື່ອຫວນຄືນເຖິງສະພາບການລົມກັນກັບທ່ານສີຈິ້ນຜິງ, ທ່ານຈ້າວຢວີ້ເສຍັງຄົງຮູ້ສຶກຊາບຊຶ້ງໃຈຄືເກົ່າ, ລາວບອກໃຫ້ຮູ້ຕື່ມວ່າ: “ທ່ານເລຂາທິການໃຫຍ່ໄດ້ກວດເບິ່ງທຸກຈອກທຸກແຈຢູ່ເຮືອນຂອງຂ້ອຍ, ຖາມເຖິງບັນຫານ້ຳປະປາ,ໄຟຟ້າ, ໃນຄອບຄົວມີທີ່ດິນປູກຝັງຫຼາຍປານໃດ, ໄດ້ປູກຫຍັງແດ່, ເຮັດວຽກຢູ່ໃສ,ມີລາຍໄດ້ເທົ່າໃດ, ພວກລູກໄປຮຽນຕ້ອງເສຍຄ່າຮຽນບໍ່? ວາງແຜນອະນາຄົດຄືແນວໃດ… ທ່ານເລຂາທີການໃຫຍ່ເອົາໃຈໃສ່ນຳຊີວິດການເປັນຢູ່ຂອງພວກເຮົາຢ່າງລະອຽດແບບນີ້ໄດ໋.”

ເມື່ອໄດ້ເຫັນເຖິງປະສິດທິຜົນຕົວຈິງຂອງການປະຕິບັດນະໂຍບາຍ “ສອງບໍ່ເປັນຫ່ວງ ສາມຮັບປະກັນ”(ຄືເຮັດໃຫ້ປະຊາຊົນຜູ້ທຸກຍາກໃນຊົນນະບົດບໍ່ເປັນຫ່ວງນຳການກິນການນຸ່ງຖື,ຮັບປະກັນການສຶກສາພາກບັງຄັບ, ການປິ່ນປົວຂັ້ນພື້ນຖານແລະການມີເຮືອນຢູ່ຖາວອນ), ທ່ານສີຈິ້ນຜິງຮູ້ສຶກປິຕິຊົມຊື່ນ ທັງໄດ້ຊີ້ນຳທິດທາງອັນຈະແຈ້ງໃຫ້ກັບການພັດທະນາໃນຕໍ່ໜ້າຂອງບ້ານຮວ້າອູ່, ທ່ານກ່າວວ່າ: “ການປະກອບອາຊີບແມ່ນສຳຄັນຫຼາຍ, ເປັນສິ່ງສຳຄັນໃນການຮັບປະກັນໃຫ້ຊີວິດການເປັນຢູ່ຍົກລະດັບສູງຂຶ້ນອີກ,ເປັນມາດຕະການພື້ນຖານໃນການເສີມຂະຫຍາຍໝາກຜົນດ້ານການລຶບລ້າງຄວາມທຸກຍາກແລະຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ.ການໄປເຮັດວຽກຢູ່ຕ່າງຖິ່ນກໍໄດ້, ຫາກມີວຽກເຮັດງານທຳຢູ່ໃກ້ເຮືອນກໍແຮ່ງດີ, ເພາະຈະໄດ້ເບິ່ງແຍງດູແລລູກເຕົ້າໃຫ້ດີ, ເມື່ອກຳກັບການສຶກສາຂອງລູກໃຫ້ດີແລ້ວ, ອະນາຄົດຈະມີການຮັບປະກັນຫຼາຍກວ່າເກົ່າ.”

ທ່ານນາງ ສູເຫຼີຍ ເລຂາໜ່ວຍພັກບ້ານຮວ້າອູ່, ຮອງເລຂາຄະນະພັກຕາແສງເຜົ່າມົ້ງຊິ່ນເຢີນເມືອງສຽນຊີ່ໄດ້ເວົ້າວ່າ: “ພວກເຮົາໄດ້ປະຕິບັດຕາມຄຳສັ່ງສອນຂອງທ່ານເລຂາທິການໃຫຍ່, ສືບຕໍ່ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ, ເລັ່ງຊຸກຍູ້ການຫັນເປັນທັນສະໄໝດ້ານກະສິກຳແລະຊົນນະບົດ.” ທ່ານນາງສູເຫຼີຍຍັງໃຫ້ຮູ້ຕື່ມວ່າ: ໄລຍະໜຶ່ງປີກວ່າຜ່ານມານີ້, ພາຍໃນບ້ານໄດ້ສ້າງທາງຫຼວງການທ່ອງທ່ຽວສາຍໃໝ່ຍາວ8,4ກິໂລແມັດ, ວາງສາຍສົ່ງໄຟຟ້າຂະໜາດ10ກິໂລໂວນ2ສາຍລວມທັງໝົດຍາວ48,5ກິໂລແມັດ ເພື່ອຮັບປະກັນການນຳໃຊ້ໄຟຟ້າເຂົ້າໃນຊີວິດປະຈຳວັນຂອງປະຊາຊົນກໍຄື ການສ້າງສາແລະພັດທະນາຊົນນະບົດ, ສ້າງເວທີເອກະພາບ “5G+ຊົນນະບົດດິຈີຕອນ”,ເພື່ອປະສານວຽກງານລະດັບບ້ານ.

ບ້ານຮວ້າອູ່ຍັງໄດ້ສົມທົບກັບທ່າແຮງພິເສດດ້ານຊົນເຜົ່າຂອງທ້ອງຖິ່ນຕົນ,ອອກແຮງພັດທະນາຂະແໜງການທ່ອງທ່ຽວແລະອຸດສາຫະກຳທີ່ມີເອກະລັກພິເສດ. ພາຍໃນບ້ານໄດ້ເປີດທຸລະກິດການທ່ອງທ່ຽວຕາມວິຖີຊີວິດຊົນນະບົດ32ແຫ່ງ, ເຮືອນພັກຊົນນະບົດ19ແຫ່ງ, ຮ້ານປັກແສ່ວເຜົ່າມົ້ງ2ແຫ່ງ, ນອກນີ້ ຍັງໄດ້ສ້າງຕັ້ງໜ່ວຍບໍລິການນຳທ່ຽວແລະໜ່ວຍສິລະປະກອນເຜົ່າມົ້ງຕື່ມອີກ.ປີ2021, ທົ່ວບ້ານໄດ້ຕ້ອນຮັບນັກທ່ອງທ່ຽວ650.000 ເທື່ອຄົນ, ລາຍໄດ້ສັງລວມຈາກການທ່ອງທ່ຽວມີເຖິງ310ລ້ານຢວນ. ແຮງງານເກືອບ50%ພາຍໃນບ້ານໄດ້ມີໂອກາດປະກອບອາຊີບຢູ່ພາຍໃນບ້ານ, ລາຍໄດ້ກໍເພີ່ມຂຶ້ນຢ່າງງບໍ່ຢຸດຢັ້ງເຊັ່ນດຽວກັນ.

ທ່ານຈ້າວຢວີ້ເສກ່າວວ່າ: “ບ້ານເກີດເມືອງນອນມີການພັດທະນານັບມື້ນັບໄວຂຶ້ນ, ຕຳແໜ່ງງານແລະຂະແໜງການສ້າງລາຍໄດ້ກໍນັບມື້ນັບເພີ່ມຂຶ້ນ, ປັດຈຸບັນ ສອງຜົວເມຍພວກຂ້ອຍເຮັດວຽກຢູ່ໃກ້ເຮືອນ, ມີລາຍໄດ້ຢ່າງໝັ້ນທ່ຽງ, ຍັງສາມາດເບິ່ງແຍງຜູ້ເຖົ້າແລະເດັກນ້ອຍໄດ້ຕື່ມອີກ, ມັນດີກວ່າການໄປເຮັດວຽກຢູ່ຕ່າງຖິ່ນຢ່າງຫຼວງຫຼາຍ.” ທ່ານຈ້າວຢວີເສຍັງໃຫ້ຮູ້ຕື່ມວ່າ: ຮ້ານອາຫານພື້ນເມືອງທີ່ລາວເປີດຂຶ້ນນັ້ນໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກນັກທ່ອງທ່ຽວຍ້ອນມີອາຫານພື້ນເມືອງເຜົ່າມົ້ງທີ່ເປັນເອກະລັກແລະເຂົ້າໜົມຫວງປ່າທີ່ທັງຫອມທັງຫວານ. ປີຜ່ານມາ ສາມາດສ້າງລາຍຮັບໄດ້ເຖິງ150.000 ຢວນ. ໃນຕົ້ນປີນີ້, ລາວໄດ້ນຳໃຊ້ເງິນທີ່ທ້ອນມາໄດ້ເກືອບ2ປີຜ່ານມານັ້ນເຊົ່າເຮືອນເປີດໂຮງງານປຸງແຕ່ງເຂົ້າໜົມຫວງປ່າຂະໜາດນ້ອຍແຫ່ງໜຶ່ງຢູ່ຊານເມືອງສຽນຊີ່, ນຳພາກຳມະກອນໃນໂຮງງານເຮັດວຽກຢ່າງຫ້າວຫັນຟົດຟື້ນ.

ທ່ານນາງສູເຫຼີຍເວົ້າວ່າ: “ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ພີ່ນ້ອງຊາວບ້ານທັງຫຼາຍພາກັນຄອງຄອຍວ່າທ່ານເລຂາທິການໃຫຍ່ຈະກັບຄືນມາຢ້ຽມຢາມບ້ານຂອງພວກເຮົາອີກຄັ້ງໜຶ່ງ.”