ວິທະຍຸໂທລະພາບສູນກາງຈີນກາຍເປັນອົງການຜະລິດສັນຍານໃຊ້ທາງສາກົນຂອງງານກິລາໂອລິມປິກປາຣີປີ 2024 ຢ່າງເປັນທາງການ

2022-09-06 12:08:11 cri


ວັນທີ 5 ກັນຍານີ້,ວິທະຍຸໂທລະພາບສູນກາງຈີນຫຼື CMG ກັບບໍລິສັດບໍລິການການຖ່າຍທອດງານກິລາໂອລິມປິກຫຼື OBS ໄດ້ເຊັນສັນຍາກ່ຽວກັບການຮ່ວມມືຜະລິດສັນຍານໃຊ້ທາງສາກົນຂອງງານກິລາໂອລິມປິກປາຣີປີ 2024,CMG ໄດ້ກາຍເປັນອົງການຜະລິດສັນຍານໃຊ້ທາງສາກົນຂອງງານກິລາໂອລິມປິກປາຣີຢ່າງເປັນທາງການ.ອີງຕາມສັນຍາ,CMG ຈະຮັບຜິດຊອບການຜະລິດສັນຍານໃຊ້ທາງສາກົນຂອງ 4 ລາຍການໃຫຍ່,ຄື:ກາຍຍະກຳ,ປິ່ງປ່ອງ, ດອກປີກໄກ່ແລະກິລາປີນໜ້າຜາຂອງງານກິລາໂອລິມປິກປີ 2024,ກາຍເປັນວິທະຍຸໂທລະພາບແຫ່ງຊາດທີ່ຮັບຜິດຊອບໂຄງການຜະລິດສັນຍານໃຊ້ທາງສາກົນຫຼາຍກວ່າໝູ່ໃນງານກິລາໂອລິມປິກປາຣີ.ທ່ານເຊິ້ນໄຫສົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນແລະທ່ານຢີອັນນິສ ເອັກຊາໂຄສ ຫົວໜ້າບໍລິຫານງານບໍລິສັດບໍລິການການຖ່າຍທອດງານກິລາໂອລິມປິກໄດ້ເຂົ້າຮ່ວມພິທີລົງນາມຜ່ານທາງອອນໄລ.



ທ່ານThomas Bach ປະທານຄະນະກຳມະການໂອລິມປິກສາກົນໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍຕໍ່CMG ທີ່ໄດ້ກາຍເປັນອົງການຜະລິດສັນຍານໃຊ້ທາງສາກົນຂອງງານກິລາໂອລິມປິກປາຣີຢ່າງເປັນທາງການ.



ທ່ານເຊິ້ນໄຫສົງກ່າວວ່າ:CMG ເຂົ້າຮ່ວມວຽກງານຖ່າຍທອດງານກິລາໂອລິມປິກປາຣີ,ເປັນການຍອມຮັບຢ່າງເຕັມສ່ວນຂອງຄະນະກຳມະການໂອລິມປິກສາກົນແລະບໍລິສັດບໍລິການການຖ່າຍທອດງານກິລາໂອລິມປິກທີ່ມີຕໍ່ ຄວາມສາມາດດ້ານເຕັກໂນໂລຊີແລະລະດັບການລາຍງານຂ່າວກິລາຂອງCMG."ຄະນະກຳມະການໂອລິມປິກສາກົນໃຫ້ໂອກາດແກ່ CMG, ພວກເຮົາຈະຕອບແທນໂລກດ້ວຍຄວາມປິຕິຍິນດີຢ່າງແນ່ນອນ!"


ທ່ານຢີອັນນິສ ເອັກຊາໂຄສ ກ່າວວ່າ:CMG ແມ່ນຄູ່ຮ່ວມມືທີ່ແຂງແຮງທີ່ສຸດຂອງບໍລິສັດບໍລິການການຖ່າຍທອດງານກິລາໂອລິມປິກ,ບໍ່ວ່າໃນດ້ານການປິດິດສ້າງແລະການນຳໃຊ້ເຕັກໂນໂລຊີ ຄວາມສາມາດລະດັບມືອາຊີບຂອງທີມ ງານ ຫຼືດ້ານຄຸນນະພາບການຜະລິດເນື້ອໃນ.ການຮ່ວມມືກັນອີກໃນງານກິລາ ໂອລິມປິກປາຣີປີ 2024,ເປັນຫຼັກໝາຍສຳຄັນອັນໜຶ່ງ ຍ່ອມຈະຊຸກຍູ້ໃຫ້ການ ຮ່ວມມືຂອງສອງຝ່າຍຂຶ້ນສູ່ລະດັບສູງອີກຄັ້ງໃໝ່.