ອາເມຣິກາຈຳກັດການລົງທຶນຕໍ່ບໍລິສັດວິທະຍາສາດເຕັກນິກຈີນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ເລື່ອງນີ້ຈະສົ່ງຜົນກະທົບຄືນໃຫ້ອາເມຣິກາ

2022-09-06 14:43:15 cri


ວັນທີ 5 ກັນຍານີ້, ທ່ານນາງໝາວໜີງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ, ຈີນໃຫ້ຄວາມເອົາໃຈໃສ່ຕໍ່ອາເມຣິກາທີ່ໃຊ້ສິດອຳນາດຂອງລັດຖະບານກົດດັນວິສາຫະກິດຈີນ. ທ່ານນາງກ່າວເນັ້ນວ່າ, ວິທະຍາສາດເຕັກນິກຄວນສ້າງຄວາມສຸກໃຫ້ແກ່ມວນມະນຸດ, ບໍ່ຄວນກາຍເປັນວິທີຈຳກັດຫຼືສະກັດກັ້ນການພັດທະນາຂອງປະເທດອື່ນ.


ຕາມຂ່າວແຈ້ງວ່າ, ລັດຖະບານໄບເດັນກຳລັງຫາລືກ່ຽວກັບອາເມຣິກາຈຳກັດການລົງທຶນຕໍ່ບໍລິສັດວິທະຍາສາດເຕັກນິກຈີນ.


ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງໝາວໜີງກ່າວວ່າ:


“ອາເມຣິກາຂະຫຍາຍຂອບເຂດນິຍາມແຫ່ງຄວາມໝັ້ນຄົງຂອງປະເທດ, ສ້າງສິ່ງກີດຂວາງການໄປມາຫາສູ່ກັນດ້ານເສດຖະກິດການຄ້າແລະການແລກປ່ຽນດ້ານວິທະຍາສາດເຕັກນິກລະຫວ່າງຈີນກັບອາເມຣິກາ, ເດີນໄປຕາມທິດທີ່ຝືນກັບຫຼັກການເສດຖະກິດຕະຫຼາດແລະກະຕິກາເສດຖະກິດການຄ້າສາກົນ, ຈະທຳລາຍຄວາມເຊື່ອໝັ້ນຂອງປະຊາຄົມໂລກທີ່ມີຕໍ່ສະພາບແວດລ້ອມການດຳເນີນທຸລະກິດຂອງອາເມຣິກາ ແລະຈະສົ່ງຜົນກະທົບຄືນໃຫ້ອາເມຣິກາຢ່າງແນ່ນອນ. ລັດຖະບານຈີນຈະສືບຕໍ່ເດັດດ່ຽວປົກປ້ອງສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດປະເທດຕົນ.”