ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2022 ມີຄົນເຂົ້າຊົມເຖິງ 250.000 ຄົນ

2022-09-06 15:11:24 CRI

ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2022 ທີ່ດຳເນີນເປັນເວລາ 6 ວັນ ໄດ້ສິ້ນສຸດລົງແລ້ວໃນວັນທີ 5 ກັນຍານີ້. ງານຕະຫຼາດນັດຄັ້ງນີ້ໄດ້ຈັດເວທີປຶກສາຫາລືສະເພາະ 128 ຄັ້ງ, ຈັດກອງປະຊຸມພົບປະຫາລື 65 ຄັ້ງ, ໄດ້ຮັບໝາກຜົນຕ່າງໆ 1.339 ປະການ ລວມທັງການບັນລຸການຊື້ຂາຍກັນ, ການລົງທຶນ, ນຳສະເໜີຜະລິດຕະພັນທີ່ປະດິດສ້າງໃໝ່, ການເຊັນສັນຍາທາງຍຸດທະສາດ ແລະອື່ນໆ; ນັບລວມແລ້ວມີຄົນເຂົ້າຊົມເຖິງ 250.000 ຄົນ.

ທ່ານຕິ່ງຢົງ ຮອງຫົວໜ້າຫ້ອງການຄະນະກຳມະການປະຕິບັດງານຕະຫຼາດນັດການບໍລິການສາກົນຈີນ, ຫົວໜ້າພະແນກການຄ້າປັກກິ່ງ ກ່າວວ່າ: ງານຕະຫຼາດນັດຄັ້ງນີ້ ໄດ້ດຶງດູດວິສາຫະກິດໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ແລະ ບໍລິສັດນຳໜ້າ ຂະແໜງການທັງໝົດ 507 ແຫ່ງເຂົ້າຮ່ວມງານຕະຫຼາດນັດຜ່ານທາງອອຟລາຍ, ມີວິສາຫະກິດ ແລະ ອົງການຈັດຕັ້ງ 60 ກວ່າແຫ່ງໄດ້ນຳເອົາຜະລິດຕະພັນໃໝ່, ເຕັກນິກໃໝ່ ແລະ ຜົນການຄົ້ນຄວ້າໃໝ່ໃນຂົງເຂດສະໝອງກົນອັດສະລິຍະ, ວິທະຍາສາດເຕັກນິກດ້ານການທະນາຄານ ແລະຂົງເຂດອື່ນໆມາວາງສະແດງເປັນຄັ້ງທຳອິດ.

ທ່ານຫວາງຈື້ຫົວ ຮອງຫົວໜ້າກົມການຄ້າການບໍລິການ ກະຊວງການຄ້າຈີນ ໄດ້ເປີດເຜີຍໃນວັນທີ 5 ກັນຍານີ້ວ່າ: ຕໍ່ໄປ, ຈີນຈະຊຸກຍູ້ການປະຕິບັດບັນຊີລາຍການທາງລົບ (Negative list) ໃນດ້ານການຄ້າການບໍລິການຂ້າມຊາດໃນທົ່ວປະເທດຈີນ, ຕັ້ງໜ້າເຂົ້າຮ່ວມການວາງກະຕິກາ ແລະມາດຕະຖານສາກົນໃນດ້ານການຄ້າການບໍລິການ ແລະ ຊຸກຍູ້ການເປີດປະຕູດ້ານການຄ້າການບໍລິການໄປສູ່ລະດັບສູງ.