ຈີນຮຽກຮ້ອງໃຫ້ຍົກເລີກການປິດລ້ອມທາງເສດຖະກິດຕໍ່ກູບາຢ່າງຮອບດ້ານ

2022-09-06 15:08:45 CRI

ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນວັນທີ 5 ກັນຍານີ້ວ່າ: ຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງຮັບຟັງສຽງທີ່ເປັນທຳຈາກປະຊາຄົມໂລກ, ແກ້ໄຂການພົວພັນລະຫວ່າງອາເມຣິກາ-ກູບາຕາມຈຸດປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດ, ຍົກເລີກການປິດລ້ອມທາງເສດຖະກິດຕໍ່ກູບາຢ່າງຮອບດ້ານ.

ວັນທີ 2 ກັນຍານີ້, ອາເມຣິກາໄດ້ຕົກລົງແກ່ຍາວເວລາ “ກົດໝາຍວ່າດ້ວຍການຄ້າກັບສັດຕູ” (Trade With the Enemy Act) ທີ່ປະຕິບັດຕໍ່ກູບາອອກໄປອີກໜຶ່ງປີ. ທ່ານມີກຸນ ດີອັສ ຄາເນວ ເບີມູເດັສ ປະທານປະເທດກູບາ ແລະ ທ່ານບຣູໂນ ໂຣດຣີເກສ ລັດຖະມົນຕີກະຊວງການຕ່າງປະເທດກູບາ ຕ່າງໄດ້ລົງບົດຄວາມໃນທວິດເຕີ ໂດຍກ່າວວ່າ: ອາເມຣິກາບໍ່ກ້າຍົກເລີກ ‘’ກົດໝາຍວ່າດ້ວຍການຄ້າກັບສັດຕູ” ແລະ ຖືເອົາກົດໝາຍສະບັບດັ່ງກ່າວເປັນຂໍ້ອ້າງ ເພື່ອສືບຕໍ່ດຳເນີນການປິດລ້ອມທາງເສດຖະກິດຕໍ່ກູບາ ເຊິ່ງເປັນການທໍລະມານລັດຖະບານແລະປະຊາຊົນກູບາ ໂດຍນຳໃຊ້ກົດໝາຍສະບັບດັ່ງກ່າວເປັນເຄື່ອງມື. ການກະທຳແບບນີ້ຂອງອາເມຣິກາໄດ້ຖືກປະຊາຄົມໂລກຄັດຄ້ານໂດຍທົ່ວໄປ.

ທ່ານນາງໝາວໜິງ ກ່າວເນັ້ນວ່າ: ຈີນມີຈຸດຢືນໃຫ້ເຄົາລົບປະເທດຕ່າງໆທີ່ມີສິດເລືອກໃຊ້ລະບອບສັງຄົມ ແລະ ເສັ້ນທາງການພັດທະນາຂອງຕົນມາໂດຍຕະຫຼອດ, ເດັດດ່ຽວຄັດຄ້ານການລົງໂທດປະເທດອື່ນຕາມລຳພັງພຽງແຕ່ຝ່າຍດຽວ, ເດັດດ່ຽວສະໜັບສະໜູນປະຊາຊົນກູບາປົກປັກຮັກສາສິດຢູ່ລອດແລະສິດການພັດທະນາຂອງຕົນ, ສະໜັບສະໜູນກູບາຕໍ່ສູ້ເພື່ອຄວາມຍຸຕິທຳໃນການປົກປັກຮັກສາອະທິປະໄຕ ແລະ ຕ້ານກັບການປິດລ້ອມ.