ຜູ້ປະສົບເຄາະຮ້າຍຈາກເຫດການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຢູ່ໂຮງຮຽນຢູ່ ສ.ເກົາຫຼີ ໄດ້ເພີ່ມຂຶ້ນ

2022-09-06 16:24:31 CRI

ກະຊວງສຶກສາທິການ ສ.ເກົາຫຼີໄດ້ເປີດເຜີຍຜົນການສຳຫຼວດໃນວັນທີ 6 ກັນຍານີ້ ໂດຍສະແດງໃຫ້ເຫັນວ່າ: ຄຽງຄູ່ກັບການຮຽນການສອນທາງອອຟລາຍຢູ່ໂຮງຮຽນໄດ້ຟື້ນຟູ ເປັນກ້າວໆ, ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ອັດຕາຜູ້ປະສົບເຄາະຮ້າຍຈາກເຫດການໃຊ້ຄວາມ ຮຸນແຮງທີ່ເກີດຂຶ້ນຢູ່ໂຮງຮຽນໄດ້ເພີ່ມຂຶ້ນໃນລະດັບໃດໜຶ່ງ.

ຂ່າວສານໂຢນຮັບລາຍງານວ່າ, ການສຳຫຼວດຄັ້ງນີ້ໄດ້ກວມເອົານັກຮຽນປະຖົມປີ 4 ຂຶ້ິນໄປ ແລະ ນັກຮຽນມັດທະຍົມຕົ້ນ ປະມານ 3.210.000 ຄົນ ເຊິ່ງກວມຍອດຈຳນວນ ນັກຮຽນປະຖົມ ແລະ ມັດທະຍົມປະມານ 82,9%. ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຮັບການສຳຫຼວດມີ 1,7% ໄດ້ຍອມຮັບວ່າປີນີ້ຕົນເຄີຍຖືກໃຊ້ຄວາມຮຸນແຮງຢູ່ໂຮງຮຽນ, ຕົວເລກດັ່ງກ່າວໄດ້ສູງກວ່າຜົນການສຳຫຼວດທີ່ປະກາດໃນປີ 2019 ນັ້ນ 0,1%.