ເຂດປະສົບໄພແຜ່ນດິນໄຫວເມືອງລູຕີ້ງແຂວງເສສວນຈີນໄດ້ຍົກຍ້າຍປະຊາຊົນ 11.252 ຄົນ ທີ່ມີຄວາມສ່ຽງປະສົບໄພ

2022-09-06 17:14:35 cri


ພະແນກຊັບພະຍາກອນທຳມະຊາດແຂວງເສສວນຈີນແຈ້ງໃຫ້ຮູ້ວ່າ, ວັນທີ 5 ກັນຍານີ້, ເມືອງລູຕີ້ງແຂວງເສສວນຈີນໄດ້ເກີດໄພແຜ່ນດິນໄຫວ 6,8 ລິກເທີ. ນັບມາຮອດເວລາ 12 ໂມງວັນທີ 6 ກັນຍານີ້, ພະແນກຊັບພະຍາກອນທຳມະຊາດແຂວງເສສວນໄດ້ຈັດສົ່ງ 448 ຄົນ, ລົດ 111 ຄັນ, ເຮືອບິນທີ່ບໍ່ມີຄົນຂັບແລະອຸປະກອນອື່ນໆ 146 ຊຸດ ເຂົ້າຮ່ວມການກວດກາຢ່າງສຸກເສີນຕໍ່ໄພທໍລະນີຕ່າງໆທີ່ເກີດຂຶ້ນຕາມຫຼັງ, ໂດຍໄດ້ກວດກາບ່ອນທີ່ມີຄວາມສ່ຽງ 501 ແຫ່ງ, ກວດກາຄືນຈຸດທີ່ມີຄວາມສ່ຽງແຝງຊ້ອນຢູ່ 72 ແຫ່ງ, ແລະໄດ້ພົບເຫັນຈຸດທີ່ມີຄວາມສ່ຽງເພີ່ມຂຶ້ນໃໝ່ 15 ແຫ່ງ. ປັດຈຸບັນ, ໄດ້ຍົກຍ້າຍປະຊາຊົນ 11.252 ຄົນທີ່ມີຄວາມສ່ຽງປະສົບໄພແລ້ວ, ຍັງບໍ່ທັນໄດ້ຮັບການລາຍງານກ່ຽວກັບ ຜູ້ເສຍຊີວິດແລະບາດເຈັບ ຍ້ອນໄພທໍລະນີຕ່າງໆທີ່ເກີດຂຶ້ນຕາມຫຼັງ ຢູ່ເຂດປະສົບໄພແຜ່ນດິນໄຫວແລະເຂດອ້ອມແອ້ມເທື່ອ.