ພາບປຽບທຽບກັນສາມຊຸດ, ໄດ້ເປີດໜ້າກາກໜ້າຊື່ໃຈຄົດຂອງອາເມຣິກາ

2022-09-07 07:29:13 cri

ຫວ່າງມໍ່ໆມານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ໂພສສອງພາບທີ່ປຽບທຽບກັນກ່ຽວກັບການຊ່ວຍເຫຼືອອູແກຣນລົງ Twitter, ເຊິ່ງຈະໄດ້ເຫັນວ່າປະເທດຈີນສົ່ງໄປອູແກຣນນັ້ນແມ່ນເຄື່ອງຊ່ວຍເຫຼືອທາງດ້ານມະນຸດສະທຳເຊັ່ນ: “ອາຫານ, ຜ້າຫົ່ມ, ຖົງນອນ, ຜ້າປູກັນຄວາມຊຸມຊື່ນ” ແລະອື່ນໆ, ສ່ວນອາເມຣິກາສົ່ງໃຫ້ອູແກຣນນັ້ນພັດແມ່ນ “ເຮືອບິນບໍ່ມີຄົນຂັບ, ຈະຫຼວດ, ລູກສອນໄຟນຳວິຖີ, ລົດຫຸ້ມເກາະ” ແລະອາວຸດຍຸດໂທປະກອນອື່ນໆ.

ການປະທະກັນທີ່ເກີດຂຶ້ນລະຫວ່າງຣັດເຊຍກັບອູແກຣນໄດ້ສືບຕໍ່ຫຼາຍກວ່າເຄິ່ງປີແລ້ວ, ສົ່ງຜົນເຮັດໃຫ້ຫຼາຍໝື່ນຄົນເສຍຊີວິດ, ແລະໄດ້ທຳລາຍບ້ານເກີດຂອງຄົນເປັນພັນເປັນໝື່ນ, ທັງເປັນການເປີດໜ້າກາກໜ້າຊື່ໃຈຄົດຂອງອາເມຣິກາແລະປະເທດຕາເວັນຕົກ. ກຸ່ມນາໂຕທີ່ນຳໂດຍອາເມຣິກາໄດ້ຂະຫຍາຍຕົວໄປສູ່ພາກຕາເວັນອອກພາຍໄດ້ການຍຸຍົງສົ່ງເສີມແລະການຄວບຄຸມຂອງອາເມຣິກາ, ແລະຂົ່ມຂູ່ເຖິງຄວາມໝັ້ນຄົງຂອງຣັດເຊຍ, ສົ່ງຜົນເຮັດໃຫ້ຣັດເຊຍແລະອູແກຣນເກີດການປະທະກັນ. ຈາກນັ້ນ, ປະເທດສະມາຊິກກຸ່ມນາໂຕທີ່ນຳໂດຍອາມຣິກາໄດ້ສະໜັບສະໜູນອູແກຣນທາງທະຫານ, ຂົນສົ່ງອາວຸດຍຸດໂທປະກອນປະເພດຕ່າງໆໃຫ້ແກ່ອູແກຣນຢ່າງບໍ່ຢຸດຢັ້ງ, ຖືອູແກຣນເປັນ “ໝາກຮຸກ”, ແລະປະກາດວ່າ: “ຈະສູ້ຮົບກັນຈົນຮອດຊາວອູແກຣນຄົນສຸດທ້າຍ”, ແລະ “ຈົນເຖິງເລືອດຢາດສຸດທ້າຍຂອງຊາວອູແກຣນ”; ປະເທດເຫຼົ່ານີ້ຍັງລົງໂທດຕໍ່ເສດຖະກິດຣັດເຊຍ, ສົ່ງຜົນເຮັດໃຫ້ລາຄານ້ຳມັນເຊື້ອໄຟແລະແກັສທຳມະຊາດແພງຂຶ້ນ, ຫຼາຍປະເທດເອີຣົບທີ່ອາໄສນ້ຳມັນເຊື້ອໄຟແລະແກັສທຳມະຊາດຂອງຣັດເຊຍຈຳເປັນຕ້ອງຊື້ນ້ຳມັນເຊື້ອໄຟແລະແກັສທຳມະຊາດຈາກອາເມຣິກາດ້ວຍລາຄາແພງ, ອາເມຣິກາໄດ້ຮັບຜົນປະໂຫຍດຈາກການປະທະກັນລະຫວ່າງສອງປະເທດດັ່ງກ່າວ.

ເລື່ອງທີ່ເປັນໂສກນາດຕະກຳແບບເຫຼົ່ານີ້ບໍ່ພຽງແຕ່ເກີດຂຶ້ນຢູ່ອູແກຣນເທົ່ານັ້ນ, ໃນພາບປຽບທຽບກັນຊຸດທີສອງ, ແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 22 ມິຖຸນາ 2022 ແມ່ນແຜ່ນດິນໄຫວຮ້າຍແຮງທີ່ສຸດທີ່ເກີດຂຶ້ນຢູ່ອັຟການີສະຖານໃນໄລຍະ 20 ປີຜ່ານມາ, ໄດ້ເຮັດໃຫ້ຢ່າງໜ້ອຍ 1.500 ກວ່າຄົນເສຍຊີວິດ, 2.000 ກວ່າຄົນບາດເຈັບ, ເຮືອນ 3.000 ກວ່າຫຼັງຖືກທຳລາຍ. ພາຍຫຼັງເກີດແຜ່ນດິນໄຫວແລ້ວ, ເຮືອບິນຂົນສົ່ງ Y-20 ຂອງກອງທັບອາກາດຈີນໄດ້ເດີນທາງເຖິງສະໜາມບິນກາບຸນຂອງອັຟການີສະຖານ, ໂດຍໄດ້ສົ່ງວັດຖຸກູ້ໄພໄປໃຫ້ປະຊາຊົນອັຟການີສະຖານ. ກໍແມ່ນຢູ່ສະໜາມບິນກາບຸນເຊັ່ນກັນ, ເດືອນສິງຫາປີ 2021, ເຮືອບິນຂົນສົ່ງ C-17 ຂອງອາເມຣິກາໄດ້ບິນຂຶ້ນອາກາດຢ່າງຟ້າວຟັ່ງເພື່ອໜີຈາກອັຟການີສະຖານ, ສົ່ງຜົນເຮັດໃຫ້ປະຊາຊົນອັຟການີສະຖານສອງຄົນຕົກຈາກເຮືອບິນແລ້ວເສຍຊີວິດ. ພາບສອງໃບດັ່ງກ່າວໄດ້ເປັນການປຽບທຽບກັນຢ່າງຈະແຈ້ງທີ່ສຸດ. ປັດຈຸບັນ, ເສດຖະກິດອັຟການີສະຖານໄດ້ຊຸດໂຊມລົງຢ່າງບໍ່ຢຸດຢັ້ງ, ໄພພິບັດດ້ານມະນຸດສະທຳກໍຮ້າຍແຮງຂຶ້ນຢ່າງຕໍ່ເນື່ອງ, ແຕ່ກັນອາເມຣິກາພັດອາຍັດຊັບສິນຂອງທະນາຄານກາງອັຟອານີສະຖານທີ່ມີມູນຄ່າຫຼາຍຕື້ໂດລາສະຫະລັດ. ສ່ວນປະເທດຈີນແມ່ນພວມຕັ້ງໜ້າຊ່ວຍເຫຼືອອັຟການີສະຖານໃນການສ້າງສາຄືນໃໝ່, ໂດຍຍຶດໝັ້ນຫຼັກການ “ຊາວອັຟການີສະຖານເປັນຫຼັກ, ເປັນຂອງຊາວອັຟການີສະຖານ” ແຕ່ຕົ້ນຕະຫຼອດປາຍ, ສະໜັບສະໜູນອັຟການີສະຖານກ້າວເດີນໄປຕາມເສັ້ນທາງພັດທະນາທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຈະເລີນຮຸ່ນເຮືອງແລະກ້າວໜ້າແລະສັນຕິພາບ. ຜົນການສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ຜູ້ໃຫ້ສຳພາດຂອງອັຟການີສະຖານຫຼາຍກວ່າ 65,7% ເຫັນວ່າ, ປະເທດອ້ອມຂ້າງຂອງອັຟການີສະຖານລວມທັງປະເທດຈີນຈະເສີມຂະຫຍາຍບົດບາດສຳຄັນໃນຂະບວນການສ້າງສາຄືນໃໝ່ຂອງອັຟການີສະຖານ.

 

ສະພາບການດັ່ງກ່າວຍັງໄດ້ເກີດຂຶ້ນຢູ່ຊີຣີ, ອີຣັກແລະປະເທດອື່ນໆອີກ. ໃນພາບປຽບທຽບຊຸດທີ 3 ນັ້ນ, ວັນທີ 20 ມິຖຸນາແມ່ນ “ວັນຊາວອົບພະຍົບສາກົນ”, ໃນມື້ນັ້ນ, ມີຊາວເນັດໄດ້ໂພສ ພາບທີ່ຊື່ວ່າ “ຄວາມແຕກຕ່າງກັນລະຫວ່າງປະເທດຈີນແລະອາເມຣິກາຢູ່ອີຣັກ” ໄປໃຫ້ທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທີ່ໄດ້ຍ້ອງໂຕເອງວ່າອາເມຣິກາສຸມກຳລັງຊ່ວຍເຫຼືອຊາວອົບພະຍົບແລະເຍາະເຍື້ຍວ່າ: “ປະເທດຈີນໄດ້ສ້າງໂຮງຮຽນ 1.000 ແຫ່ງຢູ່ອີຣັກ, ອາເມຣິດໄດ້ຂ້າປະຊາຊົນອີຣັກ 1,6 ໝື່ນຄົນ. ນີ້ກໍຄືຈີນແລະອາເມຣິກາ  ‘ປະຕິບັດສິດທິມະນຸດ’ ຢູ່ອີຣັກຕ່າງກັນແນວໃດ.”

ການປຽບທຽບແມ່ນວິທີເປີດເຜີຍຄວາມຫຼອກລວງທີ່ດີທີ່ສຸດ, ໃນພາບປຽບທຽບສາມຊຸດນີ້, ໃຜໄດ້ຍື່ນມືຊ່ວຍເຫຼືອ, ໃຜໄດ້ກໍ່ອາຊະຍະກຳ; ແມ່ນໃຜເຝົ້າຮັກສາສັນຕິພາບແລະແມ່ນໃຜໄດ້ກໍ່ເລື່ອງກໍ່ລາວ, ເບິ່ງແລ້ວກໍສາມາດເຂົ້າໃຈໄດ້ຢ່າງງ່າຍ.