ຜູ້ຖືກຂັງຢູ່ກວນຕານາໂມໄດ້ເປີດເຜີຍຄວາມຈິງດ້ານ “ສິດທິມະນຸດ” ຂອງອາເມຣິກາ

2022-09-07 15:31:40 CRI

ຫວ່າງມໍ່ໆມານີ້, ຮູບເງົາເລື່ອງ “ຜູ້ຕິດຄຸກເລກ 760” ໄດ້ອອກສາຍຢ່າງເປັນທາງການ. ຮູບເງົາເລື່ອງນີ້ໄດ້ດັດແປງມາຈາກ “ບົດບັນທຶກປະຈຳວັນໃນຄຸກກວນຕານາໂມ” ເຊິ່ງເປັນບັນທຶກຄວາມຊົງຈຳອັດຊີວະປະຫວັດຂອງທ້າວໂມຮາເມດູ ສະລາຮີ ໂດຍໄດ້ເວົ້າເຖິງເລື່ອງຈິງທີ່ທ້າວໂມຮາເມດູ ສະລາຮີ ຕໍ່ສູ້ເພື່ອເສລີພາບ ພາຍຫຼັງຖືກລັດຖະບານອາເມຣິກາກັກຂັງຢູ່ໃນຄຸກກວມຕານາໂມເປັນເວລາຫຼາຍປີ ແຕ່ບໍ່ມີກ່າວຟ້ອງແລະຕັດສິນແຕ່ຢ່າງໃດ.

ທ້າວໂມຮາເມດູ ສະລາຮີ ເປັນແບບເດີມຂອງພະເອກໃນຮູບເງົາເລື່ອງ “ຜູ້ຕິດຄຸກເລກ 760”, ເຂົາຖືກຈັບຕົວແລະສົ່ງເຂົ້າຄຸກກວມຕານາໂມເປັນເວລາ 14 ປີ ພາຍຫຼັງເຫດການ 11 ກັນຍາເກີດຂຶ້ນ. ທ້າວໂມຮາເມດູ ສະລາຮີ ຖືກທໍລະມານຢ່າງຮ້າຍແຮງຢູ່ໃນຄຸກ, ຈົນເຖິງຂັ້ນຄອບຄົວຂອງລາວກໍຖືກຈັດເປັນຕົວປະກັນ ເພື່ອນາບຂູ່ລາວ “ໃຫ້ຮັບໂທດກຳຂອງຕົນ”.

ທີ່ຈິງແລ້ວ, ລີລາພາສາໃດໆ ກໍບໍ່ສາມາດພັນລະນາຄວາມທຸກທໍລະມານຂອງລາວຢູ່ໃນຄຸກໄດ້, ສະພາບຕົວຈິງຈະປ່າເຖື່ອນກວ່າເລື່ອງໃນຮູບເງົາຕະຫຼອດ. ຄຸກກວນຕານາໂມເປັນຄຸກທາງການທະຫານ ທີ່ກອງທັບອາເມຣິກາສ້າງຕັ້ງຢູ່ຖານທັບເຮືອອ່າວກວນຕານາໂມຂອງປະເທດກູບາໃນປີ 2002. ພາຍຫຼັງເຮັດສົງຄາມອັຟການິສຖານແລ້ວ, ອາເມຣິກາໄດ້ກັກຂັງສະມາຊິກກຸ່ມອັນເຄດາ ແລະ ຕາລີບັນຢູ່ຄຸກແຫ່ງນີ້ເປັນຈຳນວນຫຼວງຫຼາຍ. ຝ່າຍອາເມຣິກາເຫັນວ່າເຂົາເຈົ້າແມ່ນ “ບຸກຄົນຕໍ່ສູ້ຜິດກົດໝາຍ”, ຫາກບໍ່ແມ່ນຊະເລີຍເສິກ. ສະນັ້ນ, ເຂົາເຈົ້າບໍ່ມີສິດໃດໆ ຕາມທີ່ລະບຸໄວ້ໃນ “ສົນທິສັນຍາເຊີແນວ”, ຍິ່ງບໍ່ມີອັນທີ່ເອີ້ນວ່າ ສິດທິມະນຸດເລີຍ. ບຸກຄົນເຫຼົ່ານີ້ໄດ້ປະສົບກັບການປະພຶດທີ່ລ່ວງລະເມີດສິດທິມະນຸດປະເພດຕ່າງໆຢູ່ໃນຄຸກ  ລວມທັງການລົງໂທດຢ່າງທາລຸນ, ຂາດການປິ່ນປົວ, ຂາດການຕັດສິນຢ່າງຍຸຕິທຳ ແລະ ອື່ນໆ.

ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນເຄີຍກ່າວວ່າ: “ຄຸກກວນຕານາໂມເປັນປະຫວັດສາດທີ່ມືດມົນທີ່ສຸດໃນປະຫວັດສາດສິດທິມະນຸດຂອງໂລກ.” ທີ່ຈິງແລ້ວ, ຄຸກກວນຕານາໂມເປັນພຽງສ່ຽວໜຶ່ງຂອງ “ຄຸກມືດ” ທີ່ອາເມຣິກາສ້າງຕັ້ງຂຶ້ນຢູ່ແຫ່ງຕ່າງໆໃນໂລກເທົ່ານັ້ນ. ໃນປີ 2005, ວິທະຍຸສຽງຂອງເຢຍລະມັນກໍເຄີຍລົງບົດຄວາມວ່າ, ຄຸກມືດຂອງອາເມຣິກາໄດ້ຢັ່ງຢາຍຢູ່ທຸກແຫ່ງຫົນໃນໂລກ, ນີ້ໄດ້ເປັນຂ່າວເປີດເຜີຍມາແຕ່ດົນແລ້ວ.

ທ້າວໂມຮາເມດູ ສະລາຮີສາມາດຍາດໄດ້ຄວາມເປັນທຳໃຫ້ແກ່ຕົນເອງດ້ວຍເວລາຕັ້ງ 14 ປີ, ສ່ວນຢູ່ບ່ອນຈອກແຈທີ່ບໍ່ໄດ້ບັນທຶກໄວ້, ຍັງມີຄວາມຈິງຫຼາຍປານໃດບໍ່ໄດ້ຖືກເປີດເຜີຍອອກມາ ແລະ ມີເທ່າໃດຄົນຖືກປະຕິບັດຕໍ່ຢ່າງຂາດຄວາມເປັນທຳ. ນີ້ກໍແມ່ນສິດທິມະນຸດ ທີ່ມີສອງມາດຕະຖານ” ຂອງອາເມຣິກາ, ນັ້ນກໍຄື: ຖ້າອາເມຣິກາໃຫ້ເຈົ້າມີສິດທິມະນຸດ, ເຈົ້າຈິ່ງມີສິດທິມະນຸດໄດ້!

ໃນປະຫວັດສາດ, ອາເມຣິກາໄດ້ເຂັ່ນຂ້າຊາວອິນເດຍແດງຢ່າງປ່ວງບ້າ, ຈາກທ້າຍສັດຕະວັດທີ 15 ຫາຕົ້ນສະຕະວັດທີ 20, ປະຊາກອນຊາວອິນເດຍແດງຂອງອາເມຣິກາຈາກ 5 ລ້ານຄົນໄດ້ຫຼຸດລົງເປັນ 2,5 ແສນຄົນ. ສ່ວນຢູ່ໃນຂອບເຂດທົ່ວໂລກ, ອາເມຣິກາໄດ້ລົງໂທດປະເທດອື່ນດ້ວຍຂໍ້ອ້າງ “ສິດທິມະນຸດ” ຕາມລຳພັງໃຈ, ຈົນເຖິງຂັ້ນແຊກແຊງວຽກງານຂອງປະເທດອື່ນດ້ວຍກຳລັງທະຫານ. ພາຍຫຼັງສົງຄາມເຢັນສິ້ນສຸດລົງຮອດປັດຈຸບັນ, ອາເມຣິກາກໍໄດ້ດຳເນີນການແຊກແຊງປະເທດອື່ນດ້ວຍກຳລັງທະຫານ 40 ກວ່າຄັ້ງ, ເຮັດໃຫ້ມີປະຊາຊົນຫຼາຍແສນຄົນເສຍຊີວິດ.

ສິ່ງເຫຼົ່ານີ້ເຮັດໃຫ້ຄົນນັບມື້ນັບຫຼາຍຂຶ້ນຕໍ່ກັບການຮັບຮູ້ເຖິງອັນທີ່ເອີ້ນວ່າ “ສິດທິມະນຸດ” ຂອງອາເມຣິກາ ເປັນພຽງຄຳເວົ້າແກ້ຕົນ ແລະ ພາຫະນະສຳຄັນຂອງອາເມຣິກາທີ່ນຳໃຊ້ ເພື່ອບັນລຸຈຸດປະສົງຂອງຕົນເທົ່ານັ້ນ. ມີຊາວເນັດລາວຄົນໜຶ່ງເຄີຍວິຈານວ່າ: “ມືຖືສາກປາກຖືສິນ, ເບື້ອງໜ້າສ້າງພາບໃຫ້ດູດີ, ເບື້ອງຫຼັງເຂັ່ນຂ້າປະຊາຊົນ, ນີ້ຄືສິດທິມະນຸດແບບອາເມຣິກາ ນັ້ນເອງ.” ຄຳເວົ້າດັ່ງກ່າວ, ກໍເປັນຄຳຕັກເຕືອນສຳລັບພວກເຮົາທີ່ໄດ້ມາຈາກຮູບເງົາເລື່ອງ “ຜູ້ຕິດຄຸກເລກ 760”.