ຄູແລະອາຈານຂອງຈີນໄດ້ເພີ່ມຂຶ້ນເກືອບ 4 ລ້ານຄົນໃນຮອບ 10 ປີ

2022-09-07 14:33:55 CRI

ກະຊວງສຶກສາທິການຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 6 ກັນຍານີ້ ໂດຍໄດ້ແນະນຳຜົນການກໍ່ສ້າງ, ການປະຕິຮູບ ແລະ ການພັດທະນາຖັນແຖວຄູ ແລະ ອາຈານນັບແຕ່ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ.

ອີງຕາມຕົວເລກຂໍ້ມູນໄດ້ສະແດງໃຫ້ເຫັນວ່າ, ໃນ 10 ປີຜ່ານມາ, ຖັນແຖວຄູ ແລະ ອາຈານຂອງຈີນໄດ້ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ. ຍອດຈຳນວນຄູ ແລະ ອາຈານ ຈາກ 14.629.000 ຄົນຂອງປີ 2012 ໄດ້ເພີ່ມຂຶ້ນເປັນ18.444.000 ຄົນ; ໃນຈຳນວນຄູ ແລະ ອາຈານຊັ້ນຕ່າງໆ ແລະ ປະເພດຕ່າງໆ, ຄູສອນຊັ້ນປະຖົມທີ່ມີລະດັບການສຶກສາຈົບປະລິນຍາຕີ ຫຼື ປະລິນຍາຕີຂຶ້ນໄປ ໄດ້ກວມອັດຕາຈາກ 32,6% ເພີ່ມຂຶ້ນເປັນ 70,3%, ໃນມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງ, ອາຈານສອນຂັ້ນປະລິນຍາໂທ ໄດ້ເພີ່ມຈາກ 229.000 ຄົນຂຶ້ນເປັນ 424.000 ຄົນ, ອາຈານສອນຂັ້ນປະລິນຍາເອກ ໄດ້ເພີ່ມຈາກ 69.000 ຂຶ້ນເປັນ 132.000 ຄົນ.

ໃນ 10 ປີຜ່ານມາ ກໍແມ່ນ 10 ປີທີ່ຄູ ແລະ ອາຈານຂອງຈີນມີຖານະແລະລາຍໄດ້ສູງຂຶ້ນເລື້ອຍໆ ເຊັ່ນວ່າ: ເງິນເດືອນສະເລ່ຍຕໍ່ຫົວຄົນຂອງຄູສອນການສຶກສາພາກບັງຄັບຢູ່ທ້ອງຖິ່ນຕ່າງໆ ຈະບໍ່ຕ່ຳກວ່າເງິນເດືອນສະເລ່ຍຕໍ່ຫົວຄົນຂອງລັດຖະກອນທ້ອງຖິ່ນນັ້ນໂດຍພື້ນຖານ; ປະຕິບັດນະໂຍບາຍອຸດໜູນຄ່າຄອງຊີບຂອງຄູສອນຢູ່ຊົນ ນະບົດຢ່າງຮອບດ້ານ ເຊິ່ງເຮັດໃຫ້ຄູສອນໃນຊົນນະບົດຈຳນວນ 1.300.000 ກວ່າຄົນໄດ້ ຮັບຜົນປະໂຫຍດຕົວຈິງ.