ໃນ 8 ເດືອນຕົ້ນປີນີ້ ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນເພີ່ມຂຶ້ນ 10,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021

2022-09-07 15:20:52 CRI


 ວັນທີ 7 ກັນຍານີ້, ກົມໃຫຍ່ດ່ານພາສີຈີນໄດ້ເຜີຍແຜ່ຂໍ້ມູນໂດຍສະແດງໃຫ້ເຫັນວ່າ, ໃນ 8 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນມີເຖິງ 27.300 ຕື້ຢວນ, ເພີ່ມຂຶ້ນ 10,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

 

ອີງຕາມຂໍ້ມູນສະຖິຕິຂອງດ່ານພາສີຈີນ, ໃນ 8 ເດືອນຕົ້ນປີນີ້, ການຄ້າຂາເຂົ້າຂາອອກຂອງຈີນກັບອາຊຽນໄດ້ເພີ່ມຂຶ້ນ 14%, ກັບສະຫະພາບເອີຣົບໄດ້ເພີ່ມຂຶ້ນ 9,5%, ກັບອາເມຣິກາໄດ້ເພີ່ມຂຶ້ນ 10,1%, ກັບສ.ເກົາຫຼີໄດ້ເພີ່ມຂຶ້ນ 7,8%. ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ກວມເອົາ 15% ໃນຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ.

 

ໃນໄລຍະດຽວກັນ, ການຄ້າຂາເຂົ້າຂາອອກຂອງຈີນກັບປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 20,2%.