ນາງແອລີຊາເບັດ ຕຣັສ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີອັງກິດ

2022-09-07 15:31:22 CRI


ນາງແອລີຊາເບັດ ຕຣັສ ຫົວໜ້າພັກອະນຸລັກນິຍົມ ເຊິ່ງເປັນພັກກຳອຳນາດຂອງອັງກິດ ຄົນໃໝ່ ໄດ້ຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີອັງກິດຢ່າງເປັນທາງການໃນວັນທີ 6 ກັນຍານີ້. ນາງແອລີຊາເບັດ ຕຣັສ ປີນີ້ອາຍຸ 47 ປີ, ນາງຈະກາຍເປັນນາຍົກລັດຖະມົນຕີເພດຍິງຄົນທີສາມໃນປະຫວັດສາດອັງກິດ ເຊິ່ງຖັດຈາກມາກາເຣັດ ຮິວດາ ແທັດເຊີ ແລະ ເທເຣຊາ ມາຣີ ເມ.

ເນື່ອງຈາກພັກກຳອຳນາດປະສົບວິກິດການຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນເຈົ້າໜ້າທີ່ ລັດຖະບານຫຼາຍຄົນໄດ້ລາອອກຈາກຕຳແໜ່ງ, ທ່ານໂບຣິສ ຈອນສັນ ໄດ້ປະກາດລາອອກຈາກຕຳແໜ່ງຫົວໜ້າພັກອະນຸລັກນິຍົມ ແລະ ນາຍົກລັດຖະມົນຕີອັງກິດໃນວັນທີ 7 ກໍລະກົດປີນີ້ ແຕ່ຍັງຈະຮັກສາການຈົນກວ່າຜູ້ນຳຄົນໃໝ່ໄດ້ເລືອກຕັ້ງອອກມາ. ມາຮອດວັນທີ 5 ກັນຍານີ້, ນາງແອລີຊາເບັດ ຕຣັສ ໄດ້ຮັບເລືອກຕັ້ງເປັນຫົວໜ້າພັກອະນຸລັກນິຍົມຄົນໃໝ່ ແລະ ພັກອະນຸລັກນິຍົມເປັນພັກກຳອຳນາດຂອງອັງກິດ, ອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງ, ຜູ້ນຳຄົນໃໝ່ຂອງພັກກຳອຳນາດຈະເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີແທນຄົນເກົ່າ ຈົນຮອດການເລືອກຕັ້ງທົ່ວໄປຄັ້ງໜ້າ.