ເວທີປຶກສາຫາລືການເຜີຍແຜ່ຂ່າວດ້ວຍພາບແລະສຽງຈີນ-ອາຊຽນ 2022 ຈັດຂຶ້ນຢູ່ຈີນ

2022-09-08 11:07:03 CRI


ເວທີປຶກສາຫາລືການເຜີຍແຜ່ຂ່າວດ້ວຍພາບແລະສຽງຈີນ-ອາຊຽນ 2022 ໄດ້ຈັດຂຶ້ນ ໃນວັນທີ 7 ກັນຍານີ້ຢູ່ນະຄອນໜານໜິງ ເຂດກວາງຊີ ສປ ຈີນ.

ໃນໄລຍະປະຊຸມກັນ, ຈະມີການເຊັນສັນຍາ 10 ໂຄງການ ໂດຍຜ່ານທາງອອນລາຍ ແລະ ອອຟລາຍ. ການເຊັນສັນຍາ ແລະ ດຳເນີນໂຄງການເຫຼົ່ານີ້ ຈະເປັນການເພີ່ມພະລັງ ຊຸກດັນອັນແຂງແຮງເຂົ້າໃນການຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ການເຊື່ອມສານ ຈິດໃຈຂອງປະຊາຊົນລະຫວ່າງຈີນ-ອາຊຽນຕື່ມອີກ.

ໃນຖານະເປັນໜຶ່ງໃນຂອດສຳຄັນຂອງເວທີປຶກສາຫາລືຄັ້ງນີ້, ທ່ານຢາງໝິງຜິນ ຮອງຫົວໜ້າສູນຄົ້ນຄວ້າການພັດທະນາ ອົງການວິທະຍຸແລະໂທລະພາບແຫ່ງຊາດຈີນ ໄດ້ເປີດເຜີຍ ພ້ອມທັງໄດ້ຕີຄວາມໝາຍ “ບົດລາຍງານການພັດທະນາການເຜີຍແຜ່ຂ່າວດ້ວຍພາບແລະສຽງຈີນ-ອາຊຽນ ໃນຮອບ 10 ປີ”. ບົດລາຍງານດັ່ງກ່າວ ໄດ້ຍົກໃຫ້ເຫັນໝາກຜົນທີ່ໄດ້ຮັບໃນການເຜີຍແຜ່ຂ່າວດ້ວຍພາບແລະສຽງຈີນ-ອາຊຽນໃນ 10 ປີຜ່ານມາ ເພື່ອວິເຄາະຈຸດພິເສດແລະຄວາມຕ້ອງການດ້ານການພັດທະນາຂອງລາຍການເຜີຍແຜ່ຂ່າວດ້ວຍພາບແລະສຽງ ທັງຄົ້ນຄວ້າ ແລະ ຄາດຄະເນທ່າອ່ຽງຂອງການພັດທະນາການເຜີຍແຜ່ຂ່າວສາກົນດ້ວຍພາບແລະສຽງ ຈີນ-ອາຊຽນ, ທັງສະແດງໃຫ້ເຫັນເຖິງ “10 ປີບໍ່ທຳມະດາ” ຢ່າງຮອບດ້ານ.