ອົງການສະຫະປະຊາຊາດເພື່ອການພັດທະນາ ຫຼື UNDP ໄດ້ເຜີຍແຜ່ບົດລາຍງານສະບັບໜຶ່ງໃນວັນທີ 8 ກັນຍານີ້ ໂດຍເຕືອນວ່າ: ຍ້ອນໄດ້ຮັບຜົນກະທົບຈາກວິກິດການຫຼາຍຢ່າງ, ໃນທົ່ວໂລກມີປະເທດກວ່າ 90% ໄດ້ ປະເຊີນກັບຄວາມຫຍຸ້ງຍາກດ້ານການພັດທະນາ. ບົດລາຍງານສະບັບດັ່ງກ່າວໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງໃຫ້ຄວາມສຳຄັນຢ່າງສູງຕໍ່ຄວາມໜັກໜ່ວງຂອງຄວາມຫຍຸ້ງຍາກເຫຼົ່ານີ້, ເພີ່ມຄວາມສາມັກຄີ, ເປີດຂະບວນການພັດທະນາຄືນໃໝ່ ເພື່ອຮັບປະກັນອະນາຄົດ ແລະ ຄວາມສຸກຂອງມວນມະນຸດ ແລະ ໂລກ.
ບົດລາຍງານວ່າໄດ້ລະບຸວ່າ: ໃນສອງປີຜ່ານມາ, ການແຜ່ລະບາດຂອງພະຍາດໂຄວິດ- 19 ແລະ ວິກິດການຢູ່ອູແກຣນໄດ້ເກີດຂຶ້ນຕາມໆກັນ ແລະ ໄດ້ມີຜົນກະທົບຕໍ່ກັນກັບບັນຫາ ຕ່າງໆ ເຊັ່ນ: ບັນຫາສັງຄົມ, ບັນຫາເສດຖະກິດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສັງຄົມຜັນແຍກໄປຫາສອງສົ້ນ, ໄດ້ສ້າງ “ຜົນກະທົບທີ່ມີລັກສະນະພິນາດ” ຕໍ່ຫຼາຍຕື້ຄົນ. ການພັດທະນາຂອງມວນມະນຸດໄດ້ຖົດຖອຍຄືນຮອດລະດັບຂອງປີ 2016, ໝາກຜົນທີ່ໄດ້ຮັບໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງນັ້ນ ສ່ວນຫຼາຍຖືກຕ່າວປິ້ນແລ້ວ.
ບົດລາຍງານຍັງຊີ້ອອກວ່າ: ການຕ່າວປິ້ນແບບນີ້ເກືອບໄດ້ກາຍເປັນປະກົດການທົ່ວໄປ, ດັດຊະນີການພັດທະນາມວນມະນຸດຂອງປີ 2020 ຫຼື ປີ2021 ຂອງປະເທດຫຼາຍກວ່າ 90% ໄດ້ຕົກຕ່ຳລົງ, ມີ 40% ໄດ້ຕົກຕ່ຳລົງສອງປີລຽນຕິດ. ເຖິງວ່າມີບາງປະເທດໄດ້ເລີ່ມຟື້ນຟູຄືນໃໝ່ແລ້ວ, ແຕ່ໄດ້ຟື້ນຟູຢ່າງບໍ່ດຸນດ່ຽງກັນ ແລະ ຟື້ນຟູໃນບາງພາກສ່ວນເທົ່ານັ້ນ ເຊິ່ງໄດ້ເປັນການຂະຫຍາຍຄວາມບໍ່ສະເໝີພາບໃນການພັດທະນາຂອງມວນມະນຸດໃຫ້ກວ້າງອອກຕື່ມອີກ. ໃນນັ້ນ, ພາກພື້ນອາເມຣິກາລາຕິນ, ກາຣາອິບ, ອາຟຣິກາພາກໃຕ້ຊາຮາຣາ ແລະ ອາຊີໃຕ້ ໄດ້ຮັບຜົນກະທົບໜັກໜ່ວງເປັນພິເສດ.