ຫຼາຍປະເທດສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງລູຕິ້ງຂອງຈີນ

2022-09-08 12:19:48 cri


ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 7 ກັນຍານີ້,ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳໃຫ້ຮູ້ວ່າ:ພາຍຫຼັງເມືອງລູຕິ້ງແຂວງເສສວນຈີນໄດ້ເກີດແຜ່ນດິນໄຫວເມື່ອວັນທີ 5 ກັນຍານີ້ເປັນຕົ້ນມາ,ຣັດເຊຍແລະຫຼາຍໆປະເທດໄດ້ສະແດງຄວາມເຫັນໃຈຕໍ່ຝ່າຍຈີນດ້ວຍຮູບການຕ່າງໆ,ໂດຍຍິນດີໃຫ້ການສະໜັບ ສະໜູນແລະຊ່ວຍເຫຼືອແກ່ຝ່າຍຈີນເພື່ອຕ້ານກັບແຜ່ນດິນໄຫວ,ຝ່າຍຈີນສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບເລື່ອງນີ້.


ທ່ານນາງໝາວໜິງໄດ້ກ່າວເນັ້ນໜັກວ່າ:


“ລັດຖະບານຈີນພວມດຳເນີນວຽກງານຕ້ານແຜ່ນດິນໄຫວແລະກູ້ໄພຢ່າງສຸດຂີດ, ກຳລັງກູ້ໄພປະເພດຕ່າງໆໄດ້ຮີບຮ້ອນເດີນທາງໄປເຂດປະສົບໄພແລ້ວ,ພວມດຳເນີນການຊອກຫາແລະກອບກູ້ຊ່ວຍເຫຼືອຜູ້ຂາດການຕິດຕໍ່່ແລະປິ່ນປົວຜູ້ໄດ້ຮັບບາດເຈັບຢ່າງສຸດຂີດ,ຈັດສັນປະຊາຊົນຜູ້ປະສົບໄພໃຫ້ດີ,ສ້ອມແປງພື້ນຖານໂຄງລ່າງຢູ່ເຂດປະສົບໄພ.ພວກເຮົາມີຄວາມໝັ້ນໃຈເອົາຊະນະໄພພິບັດແລະສ້າງບ້ານແປງເມືອງທີ່ສວຍງາມຄືນໃໝ່ໃຫ້ກັບປະຊາຊົນຜູ້ປະສົບໄພ.”