ອາເມຣິກາຄວນຍຸດຕິການປະພຶດຫຍໍ້ທໍ້ ທີ່ເປັນການທຳລາຍຄວາມປອດໄພທາງອະວະກາດທັນທີ

2022-09-08 11:00:33 CRI

ໂດຍແນໃສ່ກໍລະນີທີ່ອາເມຣິກາອອກເອກະສານນະໂຍບາຍອະວະກາດສະບັບໃໝ່ ແລະ ລະບຸວ່າ ຈະເສີມສ້າງຄວາມສາມາດການທະຫານດ້ານອະວະກາດ, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 7 ກັນຍານີ້ວ່າ: ອາເມຣິກາຄວນເຄົາລົບຄວາມເປັນຫ່ວງທົ່ວໄປຈາກປະຊາຄົມໂລກ, ຍຸດຕິການປະພຶດຫຍໍ້ທໍ້ຂອງຕົນທີ່ເປັນການທຳລາຍຄວາມປອດໄພທາງອະວະກາດທັນທີ ແລະ ແບກຫາບຄວາມຜິດຮັບຜິດຊອບອັນຄວນຂອງຕົນ, ບໍ່ຄວນສະກັດກັ້ນການເຈລະຈາກ່ຽວກັບການສ້າງເອກກະສານກົດໝາຍວ່າດ້ວຍການຄວບຄຸມກຳລັງຮົບຢູ່ອະວະກາດ.

ມີຂ່າວລາຍງານວ່າ, ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດອາເມຣິກາໄດ້ອອກເອກະສານນະໂຍບາຍອະວະກາດສະບັບໃໝ່ ໂດຍລະບຸວ່າ: ອະວະກາດເປັນ “ຂົງເຂດບຸລິມະສິດສຳລັບກຳລັງທະຫານແຫ່ງຊາດອາເມຣິກາ”, ຕ້ອງເສີມສ້າງຄວາມສາມາດດ້ານກຳລັງຮົບຢູ່ອະວະກາດຂອງອາເມຣິກາ ເພື່ອຕ້ານກັບ “ການກະທຳທີ່ເປັນປໍລະປັກກັນ”. ນອກນີ້, ເອກະສານສະບັບດັ່ງກ່າວຍັງສະເໜີໃຫ້ເປີດກວ້າງການຮ່ວມມືດ້ານການທະຫານກັບພັນທະມິດ ແລະ ຊ່ວຍສ້າງທ່າແຮງທາງຍຸດທະສາດແບບຖາວອນໃຫ້ແກ່ພັນທະມິດອາເມຣິກາ.

ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວຕື່ມວ່າ: ເອກະສານສະບັບດັ່ງກ່າວຂອງອາເມຣິກາ ໄດ້ຖືເອົາອະວະກາດເປັນຂົງເຂດບຸລິມະສິດສຳລັບກຳລັງທະຫານແຫ່ງຊາດຂອງຕົນ, ເຮັດໃຫ້ທ່າອ່ຽງການດ້ານແຂ່ງຂັນຈັດວາງອາວຸດຢູ່ອະວະກາດ ແລະ ຫັນອະວະກາດເປັນສະໜາມຮົບ ໄດ້ທະວີຄວາມຮຸນແຮງຍິ່ງຂຶ້ນ ເຊິ່ງເປັນການທ້າທາຍຢ່າງໃຫຍ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ອະວະກາດ ແລະ ເປັນການຢຽບຍ່ຳຄວາມຮັບຮູ້ທີ່ເປັນເອກະພາບກັນໃນສາກົນທີ່ນຳໃຊ້ອະວະກາດໃນທາງສັນຕິພາບຢ່າງບັງອາດ, ໄດ້ສະແດງໃຫ້ເຫັນເຖິງຄວາມທະເຍີທະຍານຂອງອາເມຣິກາໃນການຂະຫຍາຍກຳລັງທະຫານ-ກຽມພ້ອມສູ້ຮົບ ແລະ ຕັ້ງຕົນເປັນໃຫຍ່ຢູ່ອະວະກາດ.