ກະຊວງການຕ່າງປະເທດອີຣານກ່າວປະນາມຢ່າງຮຸນແຮງຕໍ່ການກ່າວຫາທີ່ໄຮ້ຄວາມເປັນຈິງຂອງອາເມຣິກາແລະອັງກິດທີ່ມີຕໍ່ອີຣານ

2022-09-08 12:37:57 cri


ວັນທີ 8 ກັນຍານີ້,ທ່ານນັດເຊີ ການາອານີ ໂຄສົກກະຊວງການຕ່າງປະເທດ ອີຣານໄດ້ອອກຖະແຫຼງການ,ກ່າວປະນາມຢ່າງຮຸນແຮງຕໍ່ການກ່າວຫາທີ່ໄຮ້ຄວາມເປັນຈິງຂອງຄະນະກຳມະການຄວາມໝັ້ນຄົງແຫ່ງຊາດອາເມຣິກາແລະກະຊວງການຕ່າງປະເທດອັງກິດກ່ຽວກັບອັນທີ່ເອີ້ນວ່າ “ອີຣານຖືກສົງໄສດຳເນີນການໂຈມຕີທາງອິນເຕີເນັດຕໍ່ປະເທດອານບານີ”.


ທ່ານການາອານີຊີ້ໃຫ້ເຫັນວ່າ:ກ່ອນໜ້ານີ້,ອາເມຣິກາແລະອັງກິດຮັກສາຄວາມມິດງຽບຕໍ່ການໂຈມຕີທາງອິນເຕີເນັດຫຼາຍຄັ້ງທີ່ແນໃສ່ພື້ນຖານໂຄງລ່າງຈົນຮອດ ໂຄງລ່າງນີວເຄລຍຂອງອີຣານ,ພ້ອມທັງສະໜັບສະໜູນການກະທຳແບບນີ້ໂດຍທາງກົງຫຼືທາງອ້ອມ.ອາເມຣິກາແລະອັງກິດສະເໜີການກ່າວຫາອັນທີ່ເອີ້ນວ່າ “ອີຣານດຳເນີນການໂຈມຕີທາງອິນເຕີເນັດຕໍ່ປະເທດອານບານີ”ນັ້ນແມ່ນຂາດເຫດຜົນ,ມີເຈຕະນາແນໃສ່ອີຣານຢ່າງເດັ່ນຊັດ.


ທ່ານການາອານີກ່າວເຕືອນວ່າ:ປະເທດທີ່ກ່ຽວຂ້ອງຢ່າດຳເນີນການເຄືອນໄຫວໃດໆທີ່ມີຄວາມສ່ຽງທາງການເມືອງຕໍ່ອີຣານດ້ວຍຂໍ້ອ້າງທີ່ໄຮ້ຄວາມເປັນຈິງເຫຼົ່ານີ້,ອີຣານຈະແກ້ໄຂກົນອຸບາຍທີ່ແນໃສ່ອີຣານຢ່າງເດັດຂາດໃນທັນທີ.